loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີເຊັນຂໍ້ຕົກລົງຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ ແລະ ອົງການແນວລາວສ້າງຊາດແຂວງຄໍາມ່ວນ.

ມ.ຖ. 16, 2023 | ເຂດ 12 ຄຳມ່ວນ

ວັນທີ 16 ມີນາ 2023 ທີ່ສຳນັກງານປົກຄອງແຂວງຄໍາມ່ວນ ໄດ້ຈັດພິທີເຊັນຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານຈໍານວນ 3 ສະບັບຄື: ການລົງນາມຮ່ວມລະຫວ່າງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຄໍາມ່ວນ, ທ່ານ ສະເຫຼີມສັກ ແກ້ວຈັກທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເປັນສັກຂີພິຍານມີບັນດາທ່ານ ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະກອງບັນຊາການ ປກຊ-ປກສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການລົງນາມຮ່ວມລະຫວ່າງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.

 

 

ການລົງນາມຮ່ວມລະຫວ່າງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຄໍາມ່ວນ.

ການລົງນາມຮ່ວມລະຫວ່າງທ່ານ ສະເຫຼີມສັກ ແກ້ວຈັກທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ

ຈຸດປະສົງຂອງການເຊັນຂໍ້ຕົກລົງຮ່ວມໃນຄັ້ງນີ້: ເພື່ອເປັນການຮັບປະກັນໃນການປະຕິບັດໜ້າທີ່ການເມືອງ, ການພົວພັນປະສານງານ ແລະ ທັງເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ,ໂດຍສະເພາະແມ່ນການຄົ້ນຄວ້າ ພິຈາລະນາວຽກງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ, ການຕົກລົງບັນຫາສຳຄັນພຶ້ນຖານຂອງທ້ອງຖິ່ນແລະ ວຽກງານຕິດຕາມກວດກາ ທີ່ຈະນຳເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດສູງ.

ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານຂໍ້ຕົກລົງຮ່ວມວ່າດ້ວຍການພົວພັນປະສານງານ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ.

ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຮ່ວມວ່າດ້ວຍການພົວພັນປະສານງານ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ ເຊິ່ງປະກອບມີ 4 ໝວດ, 15 ມາດຕາ, ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ຄະນະປະຈໍາຄະນະກຳມະການແນວລາວສ້າງຊາດແຂວງຄໍາມ່ວນ ມີ 5 ໝວດ, 19 ມາດຕາ ແລະ ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ກັບ ຫ້ອງວ່າການແຂວງຄໍາມ່ວນ ມີ 5 ໝວດ,  22 ມາດຕາ, ໃນນັ້ນໄດ້ກຳນົດຫຼັກການ, ລະບຽບການ, ຂັ້ນຕອນ, ວິທີການ ແລະ ກົນໄກການພົວພັນປະສານງານຮ່ວມກັນ ເພື່ອເປັນເອກະພາບໃນຄວາມຮັບຜິດຊອບຂອງແຕ່ລະຝ່າຍບົນພຶ້ນຖານການຄົ້ນຄວ້າ, ສະໜອງຂໍ້ມູນ-ຂ່າວສານ, ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໃຫ້ມີ ວ່ອງໄວ, ຮັດກຸມ ແລະ ທັນເວລາ.

ໂດຍ: ເອື້ອ ມະໂນສິງ