loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີຮັບມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກພັກສໍາຮອງ

​ກ.ກ. 21, 2022 | ເຂດ 18 ໄຊສົມບູນ

 

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ນີ້, ສະພາປະຊາຊົນແຂວງໄຊສົມບູນ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ ທີຫ້ອງປະຊຸມໃຫຍ່ຂອງ ບໍລິສັດລາວໂທລະຄົມມະນາຄົມ-ມະຊາຊົນ ສາຂາແຂວງໄຊສົມບູນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພູທອນ ວົງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຮອງປະທານສະພາປະຊາຊົນແຂວງ ແລະ ພ້ອມທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງອະນຸວົງ ແລະ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ພັອ ວິໄຊທໍ່ ເພຍຫຼວງຈົ່ງເສີ ຮອງເລຂາໜ່ວຍພັກ,​ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ຮອງປະທານສະພາປະຊາຊົນແຂວງ ແລະ ມີແຂກຖືກເຊີນຈາກ ພະແນກຍຸຕິທໍາແຂວງ, ອົງການໄອຍະການແຂວງ ແລະ ສານປະຊາຊົນແຂວງ ຕະຫຼອດຮອດສະມາຊິກພັກຂອງສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ຢີຊົ່ງ ຕົ່ງເລັ່ງ ຄະນະໜ່ວຍພັກ, ຮອງເລຂາທິການສະພາປະຊາຊົນແຂວງ ຄະນະຈັດຕັ້ງພິທີ ໄດ້ກ່າວຈຸດປະສົງ ພ້ອມທັງ ຮຽນເຊີນ ແລະ ສະເໜີ ມະຫາຊົນກ້າວໜ້າ ຂຶ້ນມາປະກົດໂຕ ຕໍ່ໜ້າພິທີ ເພື່ອໃຫ້ແຂກ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮູ້ໜ້າຈໍາຕາ, ແລ້ວສະຫາຍ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາ ມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ ສະບັບເລກທີ 0436/ຄພ-ຊບ, ລົງວັນທີ 20 ມີຖຸນາ 2022. ທີ່ໄດ້ອອກມະຕົກລົງ: ເຫັນດີອະນຸມັດຮັບເອົາມະຫາຊົນກ້າວໜ້າ ຂອງໜ່ວຍພັກສະພາປະຊາຊົນແຂວງໄຊສົມບູນ ທີ່ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບພັກແລ້ວ ເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 02 ສະຫາຍດັ່ງນີ້: ສະຫາຍ ວຽງສັກ ຊາມົນຕີ ແລະ ສະຫາຍ ນາງ ຄອນສະຫວັນ ຈັນທະອຸດອນ; ເມື່ອຮັບເປັນສະມາຊິກພັກສໍາຮອງແລ້ວ ຕ້ອງໄດ້ຜ່ານສະໄໝສໍາຮອງ 12 ເດືອນ ຕາມກົດລະບຽບຂອງພັກ;

ພ້ອມດຽວກັນນີ້, ສະຫາຍ ຄໍາພູທອນ ເລຂາໜ່ວຍພັກ, ປະທານກອງປະຊຸມ ໄດ້ກ່າວຮັບເອົາ ມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງ  ແລະ ພ້ອມທັງ ມອບມະຕິຕົກລົງ ໃຫ້ສະມາຊິກພັກສໍາຮອງ ເຊິ່ງເປັນເອກະສານສໍາຄັນທີ່ຜູ້ກ່ຽວທັງສອງ ສະຫາຍ ຕ້ອງໄດ້ເກັບຮັກສາໄວ້ເພື່ອເປັນຫຼັກຖານອ້າງອີງ; ນອກນັ້ນ ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ ສະມາຊິກພັກສໍາຮອງສອງ ສະຫາຍ ວ່າ: ນັບແຕ່ເວລານີ້ ເປັນຕົ້ນໄປ ແມ່ນໃຫ້ສະມາຊິິກພັກສໍາຮອງ ຈົ່ງເຊື່ອໝັ້ນຕໍ່ອຸດົມການຂອງພັກ-ລັດ ວາງອອກ ເຊັ່ນວ່າ: ຕັ້ງໜ້າຫ້າວຫັນຕໍ່ໜ້າທີ່ການງານ ມີນໍ້າໃຈອັນບໍລິສຸດ ແລະ ກວ້າງຂວາງ, ຮັກແພງສາມັກຄີທັງພາຍໃນ ແລະ ພາຍນອກ ຮັບໄດ້ຂໍ້ເສຍ ແລະ ຂໍ້ດີ ຈາກການຕໍານິຕິຕຽນ ຂອງຄະນະພັກ, ຄະນະນໍາ, ການຈັດຕັ້ງ ແລະ ເພື່ອນຮ່ວມງານ.

ພາຍຫຼັງ ທີ່ຜ່ານການຮັບຟັງຄໍາເຫັນໂອ້ລົມ ຈາກ ທ່ານ ປະທານກອງປະຊຸມ ສໍາເລັດແລ້ວ ສະມາຊິກພັກສໍາຮອງ ສອງສະຫາຍ ໄດ້ຂຶ້ນປະກົດຕໍ່ໜ້າເວທີອີກຄັ້ງ ເພື່ອຮັບເອົາ ຄໍາໂອ້ວາດ ແລະ ກ່າວຄໍາປະຕິຍານ ຕໍ່ການຈັດຕັ້ງພັກ-ລັດ ພ້ອມດ້ວຍແຂກ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ເພື່ອສະແດງຄວາມບໍລິສຸດໃຈ ຕໍ່ຄະນະພັກ, ຄະນະນໍາ ທີ່ໄວ້ເນື້ອເຊື່ອໃຈ, ໃຫ້ໂອກາດຜູ້ກ່ຽວທັງ ສອງສະຫາຍ ໄດ້ເປັນສ່ວນໜຶ່ງ ເຂົ້າຮ່ວມເປັນສະມາຊິກພັກສໍາຮອງ ແລະ ຂໍສັນຍາວ່າ ຈະຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນ, ເຂັ້ມແຂງເພື່ອສະແດງໃຫ້ເຫັນ ທາງດ້ານຄວາມຮູ້, ຄວາມສາມາດ ໃນການຈັດຕັ້ງປະຕິບັດວຽກງານ, ເຂົ້າຮ່ວມຂະບວນການ ແລະ ການອອກງານສ້າງສັນ ໃຫ້ໄດ້ດີເທົ່າທີ່ຄວນ ເພື່ອເຂົ້າເປັນສະມາຊິກພັກສົມບູນໃນຕໍ່ໜ້າ.

 (ນາງ ອໍາໄພພອນ ແກ້ວວິໄລ)