(ສພຊ) – ວັນທີ 15 ມິຖຸນານີ້ ທີ່ສະພາແຫ່ງຊາດ, ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງບັນດາຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຂຶ້ນກັບກໍາມາທິການເສດຖະກິດ ແລະ ການເງິນ (ກສງ) ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານປະທານກໍາມາທິການ-ຮອງປະທານກໍາມາທິການ ແລະ ສະມາຊິກສະພາແຫ່ງຊາດຜູ້ປະຈໍາການ ກສງ, ຕາງໜ້າການນຳຂອງບັນດາກໍາມາທິການພາຍໃນສະພາແຫ່ງຊາດ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຟັງການສະຫຼຸບລາຍງານວຽກງານໂດຍຫຍໍ້ຂອງກົມທີ່ຂຶ້ນກັບກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຳມາທິການເສດຖະກິດ ແລະ ການເງິນ ໃນປັດຈຸບັນ) ໃນຕະຫຼອດໄລຍະ 5 ປີຜ່ານມາ; ຈາກນັ້ນ, ໄດ້ມີການເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່.

ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍທ່ານສະແດງຄວາມຍ້ອງຍໍຊົມເຊີຍບັນດາທ່ານຫົວໜ້າກົມຜູ້ເກົ່າ ທີ່ໄດ້ທຸ່ມເທສະຕິປັນຍາ, ຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ ແລະ ເຮັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ; ສະແດງຄວາມຍິນດີ ແລະ ຊົມເຊີຍບັນດາທ່ານຫົວໜ້າກົມຜູ້ໃໝ່ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງໃຫ້ຮັບຜິດຊອບໜ້າທີ່ໃໝ່ ເພື່ອເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ, ຄະນະນໍາຂອງກໍາມາທິການເສດຖະກິດ ແລະ ການເງິນ ທັງເນັ້ນໜັກໃຫ້ຖືເອົາການດໍາເນີນຊີິວິດການເມືອງປະຈໍາເດືອນ ເປັນການສ່ອງແສງລາຍງານ, ເປັນເວທີປຶກສາຫາລື, ກວດກາປະເມີນການເຄື່ອນໄຫວໃນແຕ່ລະໄລຍະ; ເອົາໃຈໃສ່ລົງເລິກຄົ້ນຄວ້າ, ວິເຄາະວິໄຈ ບັນຫາໃຫ້ລະອຽດຖີ່ຖ້ວນ ໂດຍຖືເອົາຜົນປະໂຫຍດຂອງປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນກົກ; ສ້າງເງື່ອນໄຂໃຫ້ພະນັກງານໄດ້ໄປເຝິກອົບຮົມຍົກລະດັບໃນຫົວຂໍ້ຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ.


