(ສພຊ) – ວັນທີ 9 ກໍລະກົດນີ້ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເງິນ 500 ລ້ານກີບ ເພື່ອສະໜັບສະໜູນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ຕາງໜ້າຮັບໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ຕາງໜ້າມອບໂດຍທ່ານ ກົງ ເຫວີນຈົງ (Gong Wenzhong) ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ສຽນເສິງ ເຊິ່ງມີທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມອບໃບຍ້ອງຍໍຂອງປະທານຄະນະປະຈຳສະພາແຫ່ງຊາດ ໃຫ້ບໍລິສັດ ສຽນເສິງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຢ່າງສົມກຽດ.

