loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີມອບ-ຮັບວັດຖຸອຸປະຖຳຊຸກຍູ້ໃຫ້ແກ່ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ

ມ.ຖ. 5, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 30 ພຶດສະພາ 2023 ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບວັດຖຸອຸປະຖຳຊຸກຍູ້ໃຫ້ແກ່ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຈາກ 3 ພາກສ່ວນຄື: ບໍລິສັດ APL ພັດທະນາຄົບວົງຈອນ ແລະ ກໍ່ສ້າງຊົນລະປະທານຈຳກັດຜູ້ດຽວ; ບໍລິສັດ Yangguang Jiarun Agriculture Development Sole.Ltd ປູກຖົ່ວລຽນ ແຂວງອັດຕະປື; EPL GROUP SOLE CO.LTD ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວຮັບໂດຍທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ທັງເປັນຮອງປະທານກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ພ້ອມຄະນະກອງທຶນ.