ພິທີພົບປະສອງຝ່າຍ ຂອງຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນສະພາປະຊາຊົນແຂວງລາຍເຈົາ ແຫ່ງ ສສ ຫວຽດນາມ.

ສ.ຫ. 4, 2026

ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດຕັ້ງພິທີພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ແຫ່ງ ສປປ ລາວ ນຳໂດຍທ່ານ ນ. ຄໍາໝັ້ນ ແກ້ວບຸນຫວນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈໍາການ, ພ້ອມດ້ວຍຄະນະ ກັບ ຄະນະຜູ້ແທນສະພາປະຊາຊົນແຂວງລາຍເຈົາ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ນ. ເຕິນ ທິເກວ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງລາຍເຈົາ, ພ້ອມດ້ວຍຄະນະ. 
ພິທີ, ໄດ້ກ່າວຕ້ອນຮັບທ່ານ ນ. ເຕິນ ທິເກວ ພ້ອມດ້ວຍຄະນະຜູ້ແທນແຂວງລາຍເຈົາ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຫຼັງຈາກນັ້ນ, ທັງ 2 ຝ່າຍ ໄດ້ລາຍງານສະພາບລວມການເຄື່ອນໄຫວວຽກງານສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ແລະ ສະພາປະຊາຊົນແຂວງລາຍເຈົາ; ຈາກນັ້ນ, ຄະນະນຳສະພາປະຊາຊົນແຂວງອຸດົມໄຊ ແລະ ຄະນະນຳສະພາປະຊາຊົນແຂວງລາຍເຈົາ ກໍ່ໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ; ພ້ອມດຽວກັນ ຍັງໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ເພື່ອສືບຕໍ່ກຳນົດທິດທາງໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງອຸດົມໄຊ ແລະ ແຂວງລາຍເຈົາ ໃນຕໍ່ໜ້າ ໃຫ້ດີຂຶ້ນເລື່ອຍໆ.
ໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ນ. ຄໍາໝັ້ນ ແກ້ວບຸນຫວນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈໍາການ, ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ສະພາປະຊາຊົນແຂວງລາຍເຈົາ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະນັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ບໍ່ວ່າຈະເປັນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ແລະ ຂໍໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ຂອງ 2 ພັກ, ສອງລັດ ສອງສະພາປະຊາຊົນແຂວງ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ; ພ້ອມດຽວ ກັນ ຄະນະນຳທັງສອງຝ່າຍ ກໍ່ໄດ້ແລກປ່ຽນຂອງທີ່ລະນຶກ ເຊິ່ງກັນ ແລະ ກັນ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
ແສງພອນ ອິນນະລົງ.