loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພິທີປາຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ

​ກ.ກ. 18, 2022 | ເຂດ 6 ຫລວງພະບາງ

     ໃນວັນທີ 14 ກໍລະກົດ 2022 ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອເນື້ອໃນໂອກາດລະນຶກເຖິງວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 113 ປີ, ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ, ໂດຍການໃຫ້ກຽດເຜີຍແຜ່ ຂອງ ທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈໍາພັກແຂວງ,ຮອງປະທານສະພາປະຊາຊົນແຂວງ.

ການຈັດຕັ້ງພິທິປາຖະກຖາ ແລະ ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ໄດ້ຮັບຮູ້,ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄຸນງານຄວາມດີ ແລະ ມູນເຊື້ອອັນພິລະອາດຫານຂອງທ່ານຜູ້ນໍາລາວ ທີ່ໄດ້ໝູນໃຊ້ສະຕິປັນຍາ, ຄວາມຮູ້ຄວາມສາມາດ ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ປົດປ່ອຍຊາດ,

ໃນຕອນທ້າຍພິທີ ປະທານກໍ່ໄດ້ມີຄໍາເຫັນໂອ້ລົມນໍາພະນັກງານລັດຖະກອນ ໃຫ້ມີຄວາມເຊື່ອໝັ້ນໃນການນໍາພາຂອງພັກ, ຍົກສູງທາງດ້ານຄຸນສົມບັດສິນທໍາປະຕິບັດ, ຕັ້ງໜ້າເອົາໃຈໃສ່ສຶກສາຄວາມຮູ້ທາງດ້ານການເມືອງ, ວິຊາສະເພາະ ປະຕິບັດໜ້າທີ່ຕົນເອງຮັບຜິດຊອບໃຫ້ສໍາເລັດຕາມລະດັບຄາດໝາຍ.

                            ໂດຍ: ນາງ ຄໍາຫຼ້າ ພອນພິລາ