ຕອນເຊົ້າຂອງວັນທີ 5 ສິງຫາ 2026 ທີ່ສະໂມສອນແຂວງຫລວງນໍ້າທາ ໄດ້ຈັດພິທີປະກາດການແຕ່ງຕັ້ງ ປະທານ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ ,ສະມາຊິກສະພາປະຊາຊົນແຂວງ, ການນໍາແຂວງ, 2 ກອງບັນຊາການ ປກຊ-ປກສ, ພະແນກການ, ອົງການລັດທຽບເທົ່າ ແລະ ພະນັກງານຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີ, ພາຍຫຼັງທີ່ຄະນະຮັບຜິດຊອບກ່າວຈຸດປະສົງ-ພ້ອມທັງກ່າວຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ; ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນແຂວງຫລວງນ້ຳທາ, ຫຼັງຈາກນັ້ນ, ທ່ານ ເຂັມພອນ ອະໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂື້ນຜ່ານມະຕິ ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ ສະບັບເລກທີ 183/ຄປຈ, ລົງວັນທີ 8 ກໍລະກົດ 2026; ໂດຍແຕ່ງຕັ້ງທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນປະທານ, ທ່ານ ກົງເພັດ ແກ້ວບົວພາ ເປັນຮອງປະທານ, ທ່ານ ນ. ອຳໄພວອນ ລ້ອມບຸນແພງ ເປັນຄະນະ, ທ່ານ ນາງ ເກສອນ ແສງຍະວົງ ເປັນຄະນະ, ທ່ານ ຈັນທະສຸລິນ ໝັ້ນປະດິດ ເປັນຄະນະ, ທ່ານ ນ ປານິດາ ເຮືອງແພງອ່ອນ ເປັນຄະນະ ແລະ ທ່ານ ພັອ ພອນແກ້ວ ພົງແສນຫຼວງ ເປັນຄະນະ.
ໃນພິທີ ທີ່ມີຄວາມໝາຍສໍາຄັນນີ້, ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຍັງໄດ້ເປັນກຽດໃຫ້ໂອ້ລົມຕໍ່ພິທີ ແລະ ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຮັບການໂອ້ລົມ ເພື່ອເປັນທິດເຍືອງທາງໃຫ້ການເຄື່ອນໄຫວວຽກງານມີຜົນສໍາເລັດຍິ່ງໆຂຶ້ນ.
ຂ່າວ: ວັນນີ ແຝງບົວວັນ
