ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ສະພາປະຊາຊົນແຂວງ ໄດ້ຈັດຕັ້ງພິທີ ປະກາດ ການແຕ່ງຕັ້ງ ຮອງປະທານຄະນະກຳມະການ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ພາຍໃນສະພາປະຊາຊົນແຂວງຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຳນານ ສົນທະນີ ຄະນະປະຈຳພັກແຂວງ, ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ມີທ່ານ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກຳມະການ, ບັນດາທ່ານ ຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດແຂກຖືກເຊີນ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ 58 ທ່ານ ຍິງ 21 ທ່ານ ເປັນສັກຂີພະຍານ.

ໃນພິທີ ທ່ານ ຈັນທະສອນ ດວງພະຈັນ ຕາງໜ້າໃຫ້ ຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງ ຮອງປະທານຄະນະກຳມະການ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ພາຍໃນສະພາປະຊາຊົນແຂວງ ຄືດັ່ງນີ້:
1. ແຕ່ງຕັ້ງ ທ່ານ ໄວພົດ ເສລີພົງໄຊ ເປັນຮອງປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ;
2. ແຕ່ງຕັ້ງ ທ່ານ ນາງ ຄຳຫຼ້າ ສະວະບຸດ ເປັນຮອງປະທານ ຄະນະກຳມະການ ເສດຖະກິດ, ການເງີນ ແລະ ສິ່ງແວດລ້ອມ;
3. ແຕ່ງຕັ້ງ ທ່ານ ທອງພັນ ຈັນທະສຸກ, ທ່ານ ໄມຄຳ ໄຊລືຊົ່ງ, ທ່ານ ອຸ່ນ ດວງມະນີ ເປັນຮອງຫົວໜ້າຫ້ອງວ່າການ;
4. ແຕ່ງຕັ້ງ ທ່ານ ຄຳດີ ພັນທະລີ ເປັນຫົວໜ້າ ແລະ ທ່ານ ນາງ ທູນສະມຸດ ໜໍ່ຄຸນຜົນ, ທ່ານ ນາງ ຈັນທິມາ ສໍພັນໄຊແກ້ວ, ທ່ານ ເພັດສະໝອນ ທຳມຸງຄຸນ ເປັນຮອງຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ;
5. ແຕ່ງຕັ້ງ ທ່ານ ອຳມະນີ ມະນີວອນ ເປັນຫົວໜ້າ ແລະ ທ່ານ ນາງ ມະນີພັກ ໄຊສະຫວັດ, ທ່ານ ທອງພັນ ຊົ່ງ ເປັນຮອງຫົວໜ້າຂະແໜງ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ;
6. ແຕ່ງຕັ້ງ ທ່ານ ນາງ ມະນີວອນ ແສນແກ້ວ ເປັນຫົວໜ້າ ແລະ ທ່ານ ວິສະນຸ ເພັດສຸພັນ, ທ່ານ ນາງ ມະໄລພອນ ບຸນອາທອນ, ທ່ານ ນາງ ຄຳຫຼ້າ ຈູ່ຊົ່ງ ເປັນຮອງຫົວໜ້າຂະແໜງ ເສດຖະກິດ, ການເງີນ ແລະ ສິ່ງແວດລ້ອມ;
7. ແຕ່ງຕັ້ງ ທ່ານ ຫຸມພັນ ອຳພອນ ເປັນຫົວໜ້າ ແລະ ທ່ານ ສິງຄຳ ອິນທະວົງ, ທ່ານ ກອງສີ ຈັນທະພອນ ເປັນຮອງຫົວໜ້າຂະແໜງ ວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ;
8. ແຕ່ງຕັ້ງ ທ່ານ ນາງ ຈິດຕະພອນ ມີຈິນດາ ເປັນຫົວໜ້າ ແລະ ທ່ານ ນາງ ສິມມາລີ ຈຸນລະມະນີ, ທ່ານ ສອນທິໄຊ ພັນທະວົງ ເປັນຮອງຫົວໜ້າຂະແໜງ ຈັດຕັ້ງ ແລະ ກວດກາ;
9. ແຕ່ງຕັ້ງ ທ່ານ ນາງ ວຽນ ດວງເງີນ ເປັນຫົວໜ້າ ແລະ ທ່ານ ບຸນລັດ ສີວິໄລ ແລະ ທ່ານ ນາງ ສຸດາພອນ ແພງມະນີ ເປັນຮອງຫົວໜ້າຂະແໜງ ບໍລິຫານ-ການເງີນ.

ໃນພິທີດັ່ງກ່າວ ປະທານພິທີ ຍັງໄດ້ເນັ້ນໜັກໃຫ້ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນ ເພີ່ມທະວີຄວາມສາມັກຄີ, ເປັນແບບຢ່າງນຳໜ້າພາທາງໃນການປະຕິບັດໜ້າວຽກງານວິຊາສະເພາະ ແລະ ພາລະບົດບາດໜ້າທີ່ຂອງຕົນໃຫ້ເຂັ້ມແຂງ ໃນການເປັນເສນາທິການໃຫ້ສະພາປະຊາຊົນແຂວງ ພ້ອມກັນອອກແຮງແຂງຂັ້ນສ້າງຜົນງານວຽກດີຄົນເດັ່ນ ເປັນເຈົ້າການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງ, ມະຕິ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ເປັນແຜນງານອັນລະອຽດ ເພື່ອນຳໄປຈັດຕັງປະຕິບັດເຂົ້າໃນວຽກງານຂອງຕົນ ໃຫ້ປະກົດຜົນເປັນຈິງ.
ພາບແລະຂ່າວ: ວິລິຍະ ວັນນະສີ

