ເພື່ອຮັບປະກັນ ການຈັດຕັ້ງເຄື່ອນໄຫວວຽກງານ ແລະ ການເປັນເສນາທິການ ໃຫ້ຄະນະນຳສະພາປະຊາຊົນແຂວງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ຮັດກຸມ ແລະ ທ່ວງທັນກັບເວລາ.


ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2026, ຢູ່ທີ່ສະພາປະຊາຊົນແຂວງ ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມເອກະສານພາຍໃນ ສະພາປະຊາຊົນແຂວງຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ສົມໃຈ ຢ່າທໍ່ຕູ້ ຄະນະປະຈຳ, ຫົວໜ້າ ຫ້ອງວ່າການສະພາປະຊາຊົນແຂວງ ເຂົ້າຮ່ວມມີທ່ານຮອງປະທານຄະນະກຳມະການ, ບັນດາທ່ານ ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານຊ່ວຍວຽກ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ເນື້ອໃນເອກະສານທີ່ນຳມາເຜີຍແຜ່ ປະກອບມີຄື: ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ V, ຂໍ້ກຳນົດ ຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການຈໍລະຈອນ ແລະ ກຳນົດເວລາ ໃນການຄົ້ນຄວ້າເອກະສານ ຢູ່ສະພາປະຊາຊົນແຂວງຫຼວງພະບາງ, ການຈັດຕັ້ງການເຜີຍແຜ່ເອກະສານ ຄັ້ງນີ້ ເພື່ອໃຫ້ພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ພາຍໃນສະພາປະຊາຊົນແຂວງ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ, ຮັບປະກັນໃຫ້ການຈໍລະຈອນເອກະສານມີຄວາມສະດວກ, ວ່ອງໄວ, ເປັນລະບົບ, ຫຼຸດຜ່ອນການຊັກຊ້າ ແລະ ຄວາມເສຍຫາຍຂອງເອກະສານ ແລະ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດຕາມຫຼັກການ ການຈໍລະຈອນເອກະສານຜ່ານ “ປະຕູດຽວ” ຢ່າງເຂັ້ມງວດ ຮັບປະກັນການຈັດຕັ້ງເຄື່ອນໄຫວວຽກງານ ໃຫ້ມີໂລ່ງລ່ຽນ, ຮັດກຸມ, ວ່ອງໄວ, ຮັບປະກັນໄດ້ປະສິດທິພາບ, ປະສິດທິຜົນ ທັນກັບສະພາບການ ທັງຖືກຕ້ອງສອດຄ່ອງກັບ ນິຕິກຳ ແລະ ກົດໝາຍ.
ຂ່າວແລະພາບ ວິລິຍະ ວັນນະສີ

