loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ມອບຄອມພິວເຕີ ໃຫ້ສະພາປະຊາຊົນແຂວງ.

ພ.ພ. 31, 2022 | ເຂດ 6 ຫລວງພະບາງ

ເພື່ອເປັນການປະກອບສ່ວນ ແລະ ຊ່ວຍອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານໃຫ້ແກ່ສະມາຊິກສະພາປະຊາຊົນແຂວງຫຼວງພະບາງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ສະນັ້ນໃນວັນທີ 27 ພຶດສະພາ 2022 ໄດ້ມີຄະນະນໍາຂອງະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາຄອມພີວເຕີ ຕັ້ງໂຕະ ຈໍານວນ 4 ຊຸດ ລວມມູນຄ່າ 22,000,000ກີບ ມອບໃຫ້ສະມາຊິກສະພາປະຊາຊົນແຂວງ ໂດຍຕ່າງໜ້າ ຮັບໃນຄັ້ງນີ້ແມ່ນທ່ານ ສົມພອນ ສີອຸດົມພັນກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອດ້ວຍຄະນະ, ເນືອງໃນໂອກາດດັ່ງກ່າວນັ້ນທ່ານ ສົມພອນ ສີອຸດົມພັນ ດ້ກ່າວສະແດງຄວາມຂອບໃຈ ຄະນະນໍາພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທີ່ໄດ້ນໍາເອົາຄອມພິວເຕີ ຈໍານວນ 4 ຊຸດດັ່ງກາວເພື່ອຊຸກຍູ້ຊ່ວຍເຫຼືອ ສະພາປະຊາຊົນແຂວງໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນ ວຽກງານຂອງສະພາປະຊາຊົນແຂວງ ໃຫ້ມີຄວາມສະດວກໃນດ້ານການພິມ ແລະ ເກັບກໍາຂໍ້ມູນທີ່ສໍາຄັນ.


​​​​  ຂ່າວ ແລະ ພາບ ນາງ ຄໍາຫຼ້າ ພອນພິລາ