loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ອານຸກໍາມະການຊ່ວຍວຽກ ກອງປະຊຸມສະໄໝສາມັນເທື່ອທີ 4 ສພຂ.

​ພ.ຈ. 24, 2022 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນອັງຄານ, ວັນທີ 22 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດກອງປະຊຸມຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ອານຸກໍາມະການຊ່ວຍວຽກ ກອງປະຊຸມສະໄໝສາມັນເທື່ອທີ 4 ສພຂ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈຳ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ, ທ່ານ ທອງຄານ ວັດສະດາກອນ ຄະນະປະຈຳ-ປະທານຄະນະກໍາມະການ ຍຸຕິທໍາ ແລະ ປກຊ-ປກສ ໄດ້ຕາງໜ້າຄະນະປະຈໍາ ສພຂ ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 1252/ສພຂ, ລົງວັນທີ 22 ພະຈິກ 2022 ວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ອານຸກໍາມະການຊ່ວຍວຽກ ກອງປະຊຸມສະໄໝສາ ມັນເທື່ອທີ 4 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ປະກອບມີຢູ່ 6 ມາດຕາ ໄດ້ກໍານົດການແຕ່ງຕັ້ງຄະນະຊີ້ນໍາ, ອານຸກໍາມະການຊ່ວຍວຽກ, ສິດ ແລະ ໜ້າທີ່ຂອງແຕ່ລະອານຸກໍາມະການ ແລະ ວຽກງານອື່ນໆຢ່າງລະອຽດ. ຫລັງຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ແລະ ມີຄໍາສະເໜີແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ກ່ຽວກັບການກະກຽມເນື້ອໃນ, ການປະສານງານກັບພະແນກການ ແລະ ອົງການກ່ຽວຂ້ອງໃນໄລຍະຜ່ານມາ ເຫັນວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຫຍັງແດ່ ແລະ ບັນຫາທີ່ຍັງຄົງຄ້າງຄວນຈະມີວີທີ່ທາງແກ້ໄຂແນວໃດ. ຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນສະຫຼຸບ ແລະ ປິດກອງປະຊຸມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການປະຕິບັດຕາມທິດຊື້ນໍາຂອງຄະນະປະທານສະພາປະຊາຊົນແຂວງ ແລະ ປະຕິບັດຕາມແຜນຄາດຄະເນຂອງສະພາປະຊາຊົນແຂວງ, ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຖືກຕ້ອງ, ສອດຄອງຕາມກົດໝາຍ, ລະບຽບການ ແລະ ທວງທັນຕາມກໍານົດເວລາ.

(ພາບ/ຂ່າວ: ແສງພອນ ອິນນະລົງ).