loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜົນສຳເລັດການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຢູ່ 4 ຈຸດ ຂອງເມືອງນອງ

ກ.ຍ. 13, 2022 | SlideMobile

(ສພຊ) ລະຫວ່າງວັນທີ 5-7 ກັນຍາ 2022 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງນອງ ໄດ້ສຳເລັດການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງນອງ ແຂວງສະຫວັນນະເຂດ ໂດຍໄດ້ລົງເຄື່ອນໄຫວຢູ່ 4 ຈຸດ ຄື: 1) ຈຸດເຂດຕຳລວງ ແມ່ນຈັດຢູ່ໂຮງຮຽນປະຖົມບ້ານນາກອງ; 2) ສະໂມສອນປົກຄອງເມືອງນອງ, 3) ຈຸດເຂດຊວງ ແມ່ນຈັດຢູ່ໂຮງຮຽນມັດທະຍົມເຂດຊວງ ແລະ 4) ຈຸດເຂດບ້ານດົງນາສານ ແມ່ນຈັດຢູ່ໂຮງຮຽນປະຖົມບ້ານດົງນາສານ ໂດຍມີບັນດາທ່ານຄະນະນໍາຂອງເມືອງ, ຕາງໜ້າ 2 ກຳລັງ ປກຊ-ປກສ, ບັນດາຂະແໜງການກ່ຽວຂ້ອງ, ພະນັກງານ-ລັດຖະກອນ, ຜູ້ຕາງໜ້າອໍານາດການປົກຄອງບ້ານເທສະບານອ້ອມຂ້າງເມືອງນອງ ພ້ອມດ້ວຍປະຊາຊົນເຂດຕຳລວງ ຈຳນວນ 7 ບ້ານ, ເຂດຊວງ ຈຳນວນ 5 ບ້ານ ແລະ ເຂດດົງນາສານ ຈຳນວນ 4 ບ້ານ ເຊິ່ງລວມທັງໝົດມີຈໍານວນ 1.154 ຄົນ ຍິງ 346 ຄົນ.
ໃນການລົງພົບປະດັ່ງກ່າວ, ຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຟັງການລາຍງານຂອງທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງເມືອງນອງ ເຊິ່ງໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ແຜນພັດທະນາຂອງເມືອງໃນຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກເມືອງ, ຕາງໜ້າອຳນາດການປົກຄອງເຂດຕຳລວງ, ເຂດຊວງ ແລະ ເຂດດົງນາສານ ກໍໄດ້ລາຍງານກ່ຽວກັບສະພາບລວມ, ທ່າແຮງຂອງເຂດ, ຄວາມສະດວກ, ຂໍ້ຫຍຸ້ງຍາກ ແລະ ໄດ້ສະເໜີຕໍ່ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຫຼາຍບັນຫາ ເຊິ່ງສ່ວນໃຫຍ່ແມ່ນບັນຫາຄວາມຕ້ອງການໃນການພັດທະນາເຊັ່ນ: ການຂາດໄຟຟ້າໃຊ້, ຂາດນ້ຳໃຊ້ຢູ່ໂຮງຮຽນ, ເສັ້ນທາງບໍ່ສາມາດເດີນໄດ້ 2 ລະດູ, ບັນຫາການຊອກຫາຕະຫຼາດໃຫ້ແກ່ຜະລິດຕະພັນກະສິກຳ ແລະ ຂາດເຂີນທຶນຮອນໃນການທຳການຜະລິດ.
ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສະແດງຄວາມຂອບໃຈພໍ່ແມ່ປະຊາຊົນ ທີ່ໄດ້ເລືອກເອົາຕົວແທນຂອງຕົນເຂົ້າໄປນັ່ງໃນສະພາ ແລະ ໄດ້ແຈ້ງຜົນສຳເລັດຂອງກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ອຳນາດການປົກຄອງເມືອງ ແລະ ປະຊາຊົນ ໃນ 4 ຈຸດດັ່ງກ່າວ ໄດ້ເຂົ້າໃຈເນື້ອໃນຈິດໃຈຂອງສອງກອງປະຊຸມດັ່ງກ່າວ ພ້ອມນັ້ນ, ຄະນະ ໄດ້ໃຫ້ຄໍາຕອບ, ຄຳຊີ້ແຈງຕໍ່ບາງບັນຫາທີ່ປະຊາຊົນສະເໜີຂຶ້ນຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປາຊາຊົນແຂວງ, ແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ນອກນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕື່ມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ປະຊາຊົນໃນການສ້າງສາພັດທະນາ ແລະ ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022; ແຜນງົບປະມານ, ເງິນຕາໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022; ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບ ກ່ຽວກັບການປັບປຸງວິສາຫະກິດຂອງລັດ, ຜົນການຕິດຕາມ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດ; ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ບັນດາກົດໝາຍ; ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX; ການປັບປຸງຄະນະລັດຖະບານ. ນອກນັ້ນ, ຍັງໄດ້ອະທິບາຍ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທີ່ໄດ້ຮັບຜົນກະທົບໂດຍກົງຈາກປັດໄຈພາຍນອກ ແລະ ຍົກໃຫ້ເຫັນຄວາມພະຍາຍາມຂອງພັກ, ລັດຖະບານ ໃນການແກ້ໄຂບັນຫາຕ່າງໆ ແລະ ພ້ອມກັນນັ້ນ ທ່ານຍັງຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ການສ້າງເສດຖະກິດຄອບຄົວ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ໃຫ້ຊາວໜຸ່ມຫ່າງໄກຢາເສບຕິດ, ເສີມຂະຫຍາຍຄວາມສາມັກຄີຢູ່ຂ້າງພັກ-ລັດ, ສ້າງຄອບຄົວໃຫ້ມີຄວາມຮັ່ງມີ ແລະ ສ້າງທ່າແຮງໃນການປູກພືດ, ສົ່ງເສີມຫັດຖະກຳ, ປູກກ້ວຍ, ມັນຕົ້ນ , ຕໍ່າຫູກທໍໄໝ ໃຫ້ກາຍເປັນສິນຄ້າໜຶ່ງຜະລິດຕະພັນຂອງເມືອງ ແລະ ໃຫ້ປະຊາຊົນມີຄວາມເປັນເຈົ້າການໃນການມີຊີວິດທີ່ສະອາດ ເພື່ອສະກັດກັ້ນພະຍາດລະບາດຕ່າງໆ.
ພ້ອມດຽວກັນນັ້ນ, ໄລຍະລົງເຜີຍແຜ່ ແລະ ພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ ທ່ານຮອງປະທານສະພາແຫ່ງຊາດພ້ອມດ້ວຍຄະນະ ຍັງໄດ້ ຢ້ຽມຊົມຫໍມູນເຊື້ອ ບັ້ນຮົບລາມເຊີນ 719, ເສັ້ນທາງໂຮ່ ຈິ ມິ່ງ, ຈຸດສ້າງຂົວໄມ້ປະເພນີ ຂອງປະຊາຊົນ ຢູ່ແມ່ນ້ຳເຊລະນອງ (ແກ້ງສະລອງ) ແລະ ຈຸດຈະສ້າງເຂື່ອນໄຟຟ້ານຳ້ເຊລະນອງ 3 ຢູ່ ບ້ານຕາຊຸງ, ເມືອງນອງ ແຂວງສະຫວັນນະເຂດ ເພື່ອເກັບກຳຂໍ້ມູນ ເພາະເຂື່ອນດັ່ງກ່າວ ຖ້າສ້າງຈະມີຜົນກະທົບຕໍ່ປະຊາຊົນໃນ 2 ເມືອງ ຄື: 2 ບ້ານຢູ່ເມືອງນອງ ແລະ 8 ບ້ານຢູ່ເມືອງຕະໂອ້ຍ ແຂວງສາລະວັນ.
ໂອກາດດັ່ງກ່າວ ຄະນະ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານນາກອງເຂດຕຳລວງ, ໂຮງຮຽນມັດຖະຍົມສົມບູນເຂດຊວງ ແລະ ໂຮງຮຽນປະຖົມສົມບູນເຂດດົງນາສານ ເຊິ່ງປະກອບມີ: ຖົງພາຍນັກຮຽນ; ອຸປະກອນການຮຽນ (ປຶ້ມ, ສໍສີ, ບິກ, ສໍ, ຢາງລຶບ) ແລະ ອຸປະກອນກິລາ ຈໍານວນໜຶ່ງ ເຊິ່ງແມ່ນການຊ່ວຍເຫຼືອຂອງ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ແລະ ການປະກອບສ່ວນຂອງ ສະມາຊິກສະພາແຫ່ງຊາດ ຈຳນວນໜຶ່ງ ລວມມູນຄ່າທັງໝົດກວ່າ 50 ລ້ານກີບ.
(ພາບ ແລະ ຂ່າວ: ນາງ ຕາດໍາ ຫ່ານຟ້າ)