ຜົນການຮັບຮອງກົດໝາຍ 8 ສະບັບ

ຕ.ລ. 21, 2026

(ສພຊ) – ວັນທີ 21 ຕຸລາ 2026, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາຮັບຮອງເອົາບັນດາກົດໝາຍ ເຊິ່ງທ່ານໃຫ້ຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍ ຈໍານວນ 8 ສະບັບ, ໃນນັ້ນ ສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ ດັ່ງນີ້:
– ກົດໝາຍສ້າງໃໝ່ 1 ສະບັບ:
ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ໂດຍທ່ານຜູ້ວ່າການທະນາຄານ ແຫ່ງ ສປປລາວ; ມີຜູ້ແທນເຂົ້າຮ່ວມ 163 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 157 ທ່ານ ກວມເອົາ 96.31%, ບໍ່ເຫັນດີ 6 ທ່ານ ກວມເອົາ 3.68% ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%.
– ກົດໝາຍປັບປຸງ 7 ສະບັບ:
1) ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ; ມີຜູ້ແທນເຂົ້າຮ່ວມ 161 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 157 ທ່ານ ກວມເອົາ 97.51%, ບໍ່ເຫັນດີ 3 ທ່ານ ກວມເອົາ 1.86% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.62%.
2) ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຜູ້ແທນເຂົ້າຮ່ວມ 165 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 164 ທ່ານ ກວມເອົາ 99.39%, ບໍ່ເຫັນດີ 1 ທ່ານ ກວມເອົາ 0.6 % ແລະ ບໍ່ອອກສຽງ 0 ທ່ານ ກວມເອົາ 0%.
3) ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກ; ມີຜູ້ແທນເຂົ້າຮ່ວມ 166 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 151 ທ່ານ ກວມເອົາ 90.69%, ບໍ່ເຫັນດີ 14 ທ່ານ ກວມເອົາ 8.43% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.6%.
4) ກົດໝາຍວ່າດ້ວຍການບິນພົນລະເຮືອນ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ); ມີຜູ້ແທນເຂົ້າຮ່ວມ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 160 ທ່ານ ກວມເອົາ 97.56%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1.21%.
5) ກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີກະຊວງ ຍທຂ; ມີຜູ້ແທນເຂົ້າຮ່ວມ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 160 ທ່ານ ກວມເອົາ 97.56%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21 % ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1.21%.
6) ກົດໝາຍວ່າດ້ວຍລັດຖະບານ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີຜູ້ແທນເຂົ້າຮ່ວມ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 161 ທ່ານ ກວມເອົາ 98.17%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21 % ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.6%.
7) ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ໂດຍທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ມີຜູ້ແທນເຂົ້າຮ່ວມ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 161 ທ່ານ ກວມເອົາ 98.71%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.2% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.6%.
​ ທ່ານກ່າວຕື່ມອີກວ່າ: ການຮັບຮອງເອົາກົດໝາຍ 8 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2026 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດຂຶ້ນ; ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ, ກໍາມາທິການກົດໝາຍ ແລະ ຍຸຕິທຳ ຍັງຈະໄດ້ສືບຕໍ່ພົວພັນປະສານກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນຮ່າງກົດໝາຍໃຫ້ສໍາເລັດ ແລະ ສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ ຕາມກົດໝາຍກໍານົດໄວ້.