ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ

ມ.ຖ. 4, 2026

(ສພຊ) – ວັນທີ 28 ພຶດສະພານີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ແລະ ອັດລົງໃນຕອນເຊົ້າວັນທີ 28 ພຶດສະພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ, ຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາທ່ານປະທານ, ຮອງປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບທາງໄກ (ອອນລາຍ) ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2026; ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ໃນ 3 ວາລະສໍາຄັນ ຄື:
ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; (2) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານມາ; (3) ແຜນການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງທົ່ວປະເທດ; (4) ການກະກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMSTI-22), ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026 ແລະ (5) ສະພາບປາຕາຍຢູ່ນ້ຳເຊໂດນ ເມືອງຊະນະສົມບູນ ແຂວງຈຳປາສັກ.
ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະພາ 2026 ກອງປະຊຸມໄດ້ຕີລາຄາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະບັນຫາຂໍ້ຂັດແຍ້ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ເຊິ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງຢູ່ປະເທດລາວເຮົາ ໂດຍສະເພາະລາຄາສິນຄ້າ, ການຂົນສົ່ງ ແລະ ອື່ນໆ; ແຕ່ລັດຖະບານກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ວຽກຈຸດສຸມທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສຸມຄວາມພະຍາຍາມທຸກວິທີເພື່ອຊ່ວຍເຫຼືອກອບກູ້ປະຊາຊົນ ຈໍານວນ 7 ຄົນ ທີ່ຕິດຢູ່ໃນຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ; ໄດ້ເພີ່ມທະວີລົງແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ຕາມຄຳສັ່ງເລກທີ 46/ນຍ ຢ່າງເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ໂດຍສະເພາະຢູ່ແຂວງຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສະຫວັນນະເຂດ ແລະ ບາງທ້ອງຖິ່ນ ສາມາດພົບເຫັນ ແລະ ຢຶດໄດ້ຂອງກາງປະເພດພາຫະນະ-ກົນຈັກ ແລະ ອຸປະກອນຕ່າງໆ ຫຼາຍສົມຄວນ ພ້ອມທັງກັກຕົວຜູ້ລັກລອບ ເພື່ອມາດຳເນີນຕາມກົດໝາຍ ແລະ ລະບຽບການ; ໄດ້ມ້າງເປົ້າໝາຍກຸ່ມແກ້ງສະແກມເມີ ຢູ່ຫຼາຍແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງສາມາດກັກຕົວຜູ້ຕ້ອງຫາ ເປັນຈໍານວນຫຼາຍ ມີທັງຄົນລາວ ແລະ ຄົນຕ່າງປະເທດ ພ້ອມທັງໄດ້ດໍາເນີນຕາມກົດໝາຍ; ສາມາດແກ້ໄຂ ແລະ ສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ໃນທົ່ວປະເທດ ກວມອັດຕາສ່ວນສູງຂຶ້ນ; ຈັດເກັບລາຍຮັບເຂົ້າງົບປະມານໄດ້ 40% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍປະຕິບັດໄດ້ 25% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າຫຼາຍກວ່າ 5 ເດືອນ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 13 ເໜືອ-ໃຕ້, ທາງເລກ 9, 12, ການປັບປຸງສະໜາມບິນປາກເຊ ແລະ ການສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບເບື້ອງຕົ້ນ ສະໜາມບິນຜົ້ງສາລີ ກໍມີຄວາມຄືບໜ້າດີ; ສໍາເລັດການສອບເສັງນັກຮຽນຊັ້ນປະຖົມໃນຂອບເຂດທົ່ວປະເທດ; ໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການເຜີຍແຜ່ວັດທະນະທຳ, ສາມາດດຶງດູດນັກທ່ອງທ່ຽວພາຍໃນເດືອນໄດ້ເກືອບ 5 ແສນເທື່ອຄົນ; ໄດ້ເພີ່ມຄວາມເອົາໃຈໃສ່ເຝົ້າລະວັງພະຍາດໄຂ້ຫວັດສັດປີກໃນຄົນ; ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ໂດຍສະເພາະການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມກອງປະຊຸມສາກົນຕ່າງໆ, ໄດ້ຕິດຕາມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາເຄື່ອນໄຫວວຽກງານຢູ່ ສປປລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ: ບັນຫາສະແກມເມີ, ການປຸ້ນຈີ້ຊີງຊັບ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາການສະໜອງໄຟຟ້າ (ໄຟຟ້າຕົກ-ໄຟຟ້າດັບ) ແລະ ການສະໜອງນໍ້າປະປາ ທີ່ບໍ່ພຽງພໍ; ຄວາມເປັນເຈົ້າໃນການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ ໃຫ້ແຂງແຮງ ລວມທັງການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ໃຫ້ກວ້າງຂວາງ; ການເຄົາລົບປະຕິບັດລະບຽບການ-ກົດໝາຍ ແລະ ອື່ນໆ.
ສໍາລັບແຜນວຽກຈຸດສຸມໃນເດືອນມິຖຸນາ 2026 ຂອງລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ທີ່ສະພາແຫ່ງຊາດໄດ້ຮັບຮອງ ຕາມມະຕິ 177/ສພຊ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆໃນມະຕິຂອງສະພາແຫ່ງຊາດ ທີ່ພົວພັນກັບລັດຖະບານ. ໃນນີ້, ໃຫ້ເອົາໃຈໃສ່ບາງວຽກຈໍານວນໜຶ່ງຄື:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປາກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາສະແກມເມີ, ບັນຫາຢາເສບຕິດ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ; ຄຸ້ມຄອງສະຖານທີ່ບັນເທີງ, ສະຖານທີ່ບໍລິການ ແລະ ສະຖານທີ່ພັກເຊົາຕ່າງໆ ທີ່ຄົນຕ່າງປະເທດມາເຊົ່າ ໃຫ້ດໍາເນີນຖືກຕ້ອງຕາມລະບຽບກົດໝາຍ.
2. ສຸມໃສ່ກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2026, ກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ, ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ X; ສຸມໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຕໍ່ກອງປະຊຸມລັດຖະບານຄັ້ງປະຖົມມະລືກ ຊຸດທີ X ກໍຄືທິດຊີ້ນໍາກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດ້ວຍຄວາມຮັບຜິດຊອບສູງ.
3. ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຕິດຕາມ ແລະ ກະກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ, ພ້ອມທັງມີມາດຕະການຟື້ນຟູຜົນກະທົບຈາກໄພພິບັດຢ່າງທັນການ; ສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ຖໍ້າຜາ ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ພ້ອມກັນນັ້ນ, ກໍໃຫ້ແຂວງໄຊສົມບູນ ຮີບຮ້ອນຄົ້ນຄວ້າຮູບການຍ້ອງຍໍຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ລວມທັງພົນລະເມືອງຕ່າງປະເທດທີ່ໃຫ້ການຊ່ວຍເຫຼືອໃນພາລະກິດຄັ້ງນີ້ ໃຫ້ທັນການ ແລະ ເໝາະສົມ.
4. ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ດ້ວຍການສຸມໃສ່ການຫັນເປັນທັນສະໄໝໃຫ້ແຂງແຮງ ແລະ ປາກົດຜົນເປັນຈິງຫຼາຍຂຶ້ນ.
5. ໃຫ້ທະນາຄານ ແຫ່ງ ສປປລາວ ສືບຕໍ່ດັດສົມເງິນຕາຕ່າງປະເທດ ໃຫ້ສາມາດຮັບປະກັນການສະໜອງເງິນຕາຕ່າງປະເທດໃຫ້ການຊໍາລະການນໍາເຂົ້ານໍ້າມັນເຊື້ອໄຟ, ພ້ອມທັງຄົ້ນຄວ້າມາດຕະການສະໜັບສະໜູນດ້ານການເງິນໃຫ້ສິນເຊື່ອດອກເບ້ຍຕໍ່າແກ່ຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.
6. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຈັດຕັ້ງ 6 ມາດຕະການ ໃນການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟຢ່າງເຂັ້ມງວດ ແລະ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນກໍານົດຈຸດ ແລະ ອອກແບບສາງນໍ້າມັນເຊື້ອໄຟຢູ່ບັນດາແຂວງ ໃຫ້ສໍາເລັດຕາມແຜນການ.
7. ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເອົາໃຈໃສ່ຊີ້ນໍາພະແນກກະສິກໍາ ແລະ ສິ່ງແວດລ້ອມບັນດາແຂວງໃນຂອບເຂດທົ່ວປະເທດ ເພີ່ມທະວີເອົາໃຈໃສ່ການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ການກະກຽມໃຫ້ແກ່ການຜະລິດລະດູຝົນ, ການຟື້ນຟູສ້ອມແປງໂຄງການຊົນລະປະທານ, ສ້ອມແປງ ແລະ ອະນາໄມຄອງເໝືອງ, ອ່າງເກັບນໍ້າ ແລະ ກຽມຈັກສູບນໍ້າສໍາຮອງໄວ້ໃນຈຸດທີ່ຈໍາເປັນ ທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ໂດຍກະກຽມວິຊາການດ້ານສັດຕະວະແພດ ແລະ ເຄື່ອງມືອຸປະກອນ, ຢາກັນພະຍາດ ແລະ ຢາປິ່ນປົວສັດ ເພື່ອພ້ອມຕອບໂຕ້ການລະບາດຂອງພະຍາດສັດທີ່ອາດຈະເກີດຂຶ້ນ.
8. ໃຫ້ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການກະກຽມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈປູກຕົ້ນໄມ້ໃຫ້ໄດ້ໜຶ່ງຕົ້ນຕໍ່ຄົນຕໍ່ປີ; ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນໍາມະຫາວິທະຍາໄລແຫ່ງຊາດ ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາຂັ້ນສູງ ເຂົ້າຮ່ວມພິທີປູກຕົ້ນໄມ້ ແລະ ພົບປະນັກຮຽນ-ນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ; ໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ ກະກຽມປູກຕົ້ນໄມ້ ຢູ່ສວນເຈົ້າອານຸວົງ.
9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນປັບປຸງແຜນຜັງເມືອງຂອງນະຄອນຫຼວງວຽງຈັນ ໄລຍະທີ 3, ຊຸກຍູ້ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ການຮ່ວມມືກັບຂະແໜງການເງິນ ເພື່ອເຂົ້າໄປຕິດຕັ້ງລະບົບເກັບຄ່າຊັກພິເສດ, ການຂົນສົ່ງແຮ່ທາດ; ພ້ອມນັ້ນ, ກໍໃຫ້ກະກຽມຄວາມພ້ອມຮອບດ້ານເພື່ອສ້ອມແປງທາງໃນລະດູຝົນ ໂດຍສະເພາະເສັ້ນທາງຫຼວງ ແຂວງຫາແຂວງ ບໍ່ໃຫ້ມີເສັ້ນທາງຂາດ.
10. ໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນໍາຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຮີບຮ້ອນກວດກາຄືນຄວາມຖືກຕ້ອງຕົວເລກຕ່າງໆຂອງການສໍາຫຼວດພົນລະເມືອງ ຄັ້ງທີ V ປີ 2025 ໃຫ້ສໍາເລັດໂດຍໄວ.
11. ກະຊວງສາທາລະນະສຸກ ເອົາໃຈໃສ່ຕິດຕາມ ແລະ ວາງມາດຕະການປ້ອງກັນ, ແກ້ໄຂການລະບາດຂອງພະຍາດລະດູການ ໂດຍສ້າງແຜນຮັບມືແຕ່ຫົວທີ, ສ້າງລະບົບລາຍງານການລະບາດເປັນລະບົບ ແລະ ໃຫ້ໂລ່ງລ່ຽນ, ຮັບປະກັນສາງຢາມີພຽງພໍ ໂດຍສະເພາະວັກຊິນ ແລະ ຢາປິ່ນປົວພື້ນຖານ ທັງຕິດຕາມຊຸກຍູ້ ແລະ ປະເມີນຄືນກ່ຽວກັບວຽກງານພັດທະນາສຸຂະພາບຂັ້ນຕົ້ນ ເປັນຕົ້ນ ນໍ້າສະອາດ, ວິດຖ່າຍ, ບ້ານສຸຂະອະນາໄມ ແລະ ບ້ານສາທາລະນະສຸກແບບຍືນຍົງ.
12. ສຸມໃສ່ແກ້ໄຂບັນດາຂໍ້ສະເໜີຂອງບັນດາແຂວງ ໃຫ້ແຕ່ລະພາກສ່ວນກວດກາຄືນບັນດາເອກະສານທາງການທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ທີ່ໄດ້ເຊັນຢັ້ງຢືນຈາກນາຍບ້ານໃນເມື່ອກ່ອນ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ; ໃຫ້ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສະໜອງຂໍ້ມູນຜົນການປະເມີນບັນດາໂຄງການຂຸດຄົ້ນບໍ່ແຮ່ໃຫ້ບັນດາແຂວງ ເພື່ອໃຫ້ແຂວງສະດວກໃນການຕິດຕາມ, ຊຸກຍູ້; ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບແຂວງອັດຕະປື ແລະ ແຂວງຈໍາປາສັກ ເພື່ອລົງສໍາຫຼວດເຂດແດນເຊື່ອມຕໍ່ໃຫ້ລະອຽດຈະແຈ້ງ ແລະ ມີຄວາມຊັດເຈນ.
13. ໃຫ້ແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການປະເມີນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ໂດຍສະເພາະການຜັດປ່ຽນກັນມາປະຈໍາການ ມີດ້ານດີ, ດ້ານອ່ອນ ແລະ ຈະຄວນສືບຕໍ່ຄືແນວໃດ?; ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມທີ່ໄດ້ລະບຸໃນມະຕິ, ຄໍາສັ່ງ, ແຈ້ງການຕ່າງໆ ແລ້ວລາຍງານໃຫ້ ຫສນຍ ຊາບກ່ອນການດໍາເນີນກອງປະຊຸມລັດຖະບານແຕ່ລະເດືອນ.
14. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ, ແຜນຮ່ວມມືສອງຝ່າຍ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຕ້ອນຮັບການເດີນທາງຢ້ຽມຢາມ ສປປລາວ ຂອງການນຳຂັ້ນສູງຕ່າງປະເທດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ ແລະ ລັດ ເດີນທາງຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆ ຢູ່ຕ່າງປະເທດ ໃນເດືອນມິຖຸນາ 2026.
ສ່ວນບັນດາບົດລາຍງານ ເປັນຕົ້ນ ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານ ປກຊ-ປກສ, ການເກັບກູ້ອາວຸດ ແລະ ວັດຖຸລະເບີດ ໃນໄລຍະຜ່ານມາ; ແຜນການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3 ແລະ ການສອບເສັງນັກຮຽນເກັ່ງທົ່ວປະເທດ; ການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 22-26 ມິຖຸນາ 2026; ສະພາບປາຕາຍຢູ່ນ້ຳເຊໂດນ ເມືອງຊະນະສົມບູນ ແຂວງຈຳປາສັກ ກອງປະຊຸມໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດທິດທາງແຜນການ, ບັນດາມາດຕະການ ກໍຄືແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ຮັບປະກັນຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ, ຫຼີກລ່ຽງບັນຫາຫຍໍ້ທໍ້-ບົກພ່ອງ ທີ່ເຄີຍເກີດຂຶ້ນຜ່ານມາ ບໍ່ໃຫ້ເກີດຂຶ້ນຕື່ມອີກ.
ວາລະທີ 2: ລາຍງານສະພາບລວມການບັນຈຸລັດຖະກອນປະຈໍາປີ 2025 ແລະ ແຜນຄວາມຕ້ອງການຈໍານວນຕົວເລກລັດຖະກອນໃໝ່ (ໂກຕາ) ປີ 2026 ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງພັກ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ; ກອງປະຊຸມເຫັນດີຮັບຮອງຕົວເລກລັດຖະກອນໃໝ່ (ໂກຕາ) ປີ 2026 ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການຈັດແບ່ງຕົວເລກລັດຖະກອນປີ 2026 ໃຫ້ແທດເໝາະກັບສະພາບຕົວຈິງ ແລ້ວຈິ່ງນໍາສະເໜີຂັ້ນເທິງພິຈາລະນາຕາມລະບຽບການ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ, ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ແລະ ຮ່າງດໍາລັດວ່າດ້ວຍການເຊົ່າ ແລະ ສຳປະທານທີ່ດິນລັດ; ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດເນື້ອໃນວຽກງານໂຄສະນາປຸກລະດົມ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ ເຮັດໃຫ້ບັນດານິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດໃຊ້ແລ້ວ ເພື່ອສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນດີ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
(ກົມປະຊາສໍາພັນ ຫສນຍ)