ຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມສັງເກດການເລືອກຕັ້ງທ້ອງຖິ່ນຂອງ ສ.ເກົາຫຼີ

ມ.ຖ. 6, 2026

​​(ສພຊ) – ລະຫວ່າງວັນທີ 29 ພຶດສະພາ – 5 ມິຖຸນາ 2026, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍທ່ານ ເພັດລາ ທັນທະວົງສາ ຮອງປະທານກໍາມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມໂຄງການສັງເກດການເລືອກຕັ້ງສາກົນ ຂອງການເລືອກຕັ້ງຂັ້ນທ້ອງຖິ່ນພ້ອມກັນທົ່ວປະເທດ ຄັ້ງທີ 9 ຢູ່ ສາທາລະນະລັດເກົາຫຼີ ຕາມການເຊື້ອເຊີນຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດ ຂອງ ສ.ເກົາຫຼີ ເຊິ່ງມີຜູ້ແທນເຂົ້າຮ່ວມທັງໝົດ 32 ທ່ານ ທີ່ມາຈາກ 11 ປະເທດ ຄື: ອັງໂກລາ, ຈາໄມກາ, ສປປລາວ, ບັງກລາເທດ, ມົງໂກລີ, ຊິມບັບເວ, ພູຖານ, ນິເຊຣີ, ລາຊະອານາຈັກໄທ, ເອກວາດໍ ແລະ ອູແກຣນ.
​​ ການເຂົ້າຮ່ວມສັງເກດການເລືອກຕັ້ງຄັ້ງນີ້ ກໍເພື່ອສຶກສາຄົ້ນຄ້ວາ, ແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບຂະບວນການ, ກົນໄກ ແລະ ການບໍລິຫານ-ຄຸ້ມຄອງການເລືອກຕັ້ງສະມາຊິກສະພາຂັ້ນທ້ອງຖິ່ນ ຂອງ ສ.ເກົາຫຼີ; ແລກປ່ຽນຄຳຄິດເຫັນກ່ຽວກັບການເລືອກຕັ້ງກັບບັນດາຜູ້ເຂົ້າຮ່ວມສັງເກດການເລືອກຕັ້ງທີ່ມາຈາກຕ່າງປະເທດ ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມມີມາແຕ່ດົນນານ ທີ່ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ – ສ.ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
​​ ໃນໂອກາດເຂົ້າຮ່ວມສັງເກດການເລືອກຕັ້ງ, ຄະນະຜູ້ແທນໄດ້ຮັບຟັງການສະເໜີກ່ຽວກັບປະຫວັດຄວາມເປັນມາຂອງການເລືອກຕັ້ງໃນແຕ່ລະໄລຍະ, ຂະບວນການເລືອກຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະການເລືອກຕັ້ງທ້ອງຖິ່ນ, ການພິຈາລະນາຮັບຮອງເອົາຜູ້ສະໝັກຮັບເລືອກຕັ້ງ, ການກໍານົດປະເພດຂອງຜູ້ສະໝັກຮັບເລືອກຕັ້ງ, ການເກັບກໍາສະຖິຕິຂອງຜູ້ມີສິດບ່ອນບັດເລືອກຕັ້ງ, ການກໍານົດໜ່ວຍບ່ອນບັດເລືອກຕັ້ງ, ຂັ້ນຕອນການລົງຄະແນນສຽງຂອງຜູ້ມີສິດເລືອກຕັ້ງ, ການນັບຄະແນນ, ການປະກາດຜົນການເລືອກຕັ້ງ ແລະ ບັນຫາອື່ນໆ; ພາຍຫຼັງຮັບຟັງການສະເໜີກ່ຽວກັບວຽກງານການເລືອກຕັ້ງແລ້ວ, ຄະນະຜູ້ແທນກໍໄດ້ຈັດແບ່ງເປັນກຸ່ມໃນການລົງໄປເບິ່ງຕົວຈິງຈຸດການປ່ອນບັດເລືອກຕັ້ງລ່ວງໜ້າກ່ອນວັນເລືອກຕັ້ງ ຢູ່ເມືອງກາງບຸກ ນະຄອນຫຼວງເຊອູນ, ການໂຄສະນາຫາສຽງດ້ວຍການຕິດປ້າຍ, ການນຳໃຊ້ລົດແລ່ນໂຄສະນາ ແລະ ຕິດຕັ້ງສະຖານທີ່ຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງ. ຈາກນັ້ນ, ໄດ້ໄປທັດສະນະສຶກສາ ແລະ ຮຽນຮູ້ເຖິງປະຫວັດຄວາມເປັນມາຂອງຂະບວນການເລືອກຕັ້ງ, ແຜນວາດການກຳນົດໜ່ວຍເລືອກຕັ້ງ, ການໃຊ້ສິດປ່ອນບັດ, ເຄື່ອງມືອຸປະກອນການນັບບັດລົງຄະແນນສຽງ, ຫ້ອງຈໍາລອງການເລືອກຕັ້ງ, ເວທີປະກາດການເລືອກຕັ້ງ, ຫ້ອງບັນຊາການ ແລະ ຄວບຄຸມສະພາບການເລືອກຕັ້ງແບບທັນກັບສະພາບຕົວຈິງຢູ່ສຳນັກງານໃຫຍ່ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ; ພ້ອມດຽວກັນ, ຄະນະຜູ້ແທນຍັງໄດ້ຮັບຟັງການສະເໜີວຽກງານການໂຄສະນາເຜີຍແຜ່, ການປຸກລະດົມມວນຊົນ, ການສຶກສາອົບຮົບ ແລະ ການປູກຈິດສຳນຶກກ່ຽວກັບຄວາມຮັບຮູ້ເຂົ້າໃຈຕໍ່ການເລືອກຕັ້ງ ເຊິ່ງແມ່ນສະຖາບັນການສຶກສາພົນລະເຮືອນເພື່ອປະຊາທິປະໄຕ ຂອງ ສ.ເກົາຫຼີ ເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວນີ້.
​​ ວັນທີ 3 ມີຖູນາ ເຊິ່ງເປັນວັນເລືອກຕັ້ງຕົວຈິງ, ຄະນະຜູ້ແທນທັງໝົດ ໄດ້ແບ່ງກຸ່ມກັນໄປສັງເກດການປ່ອນບັດແບບປິດລັບຂອງຜູ້ມີສິດເລືອກຕັ້ງ ເພື່ອເລືອກເອົາຕົວແທນຂອງຕົນໄປປະຕິບັດໜ້າທີ່ແທນໃນສະພາປະຊາຊົນ, ອົງການບໍລິຫານ-ການປົກຄອງ ແລະ ຂະແໜງການສຶກສາຂັ້ນທ້ອງຖິ່ນ ໂດຍມີການລົງຄະແນນສຽງເລືອກເອົາ 7 ຕໍາແໜ່ງຄື: 1. ຫົວໜ້າລັດຖະບານທ້ອງຖິ່ນຂັ້ນນະຄອນ (ເຈົ້າຄອງນະຄອນ ແລະ ເຈົ້າແຂວງ), 2. ສະມາຊິກສະພານະຄອນ (ແບບປະຈຳເຂດເລືອກຕັ້ງ), 3. ສະມາຊິກສະພານະຄອນ (ແບບແບ່ງສັດສ່ວນເລືອກເອົາພັກການເມືອງ), 4. ຫົວໜ້າລັດຖະບານທ້ອງຖິ່ນຂັ້ນພື້ນຖານ (ເຈົ້າເມືອງ, ຕາແສງ, ບ້ານ), 5. ສະມາຊິກສະພາທ້ອງຖິ່ນຂັ້ນພື້ນຖານ (ປະຈຳເຂດເລືອກຕັ້ງ), 6. ສະມາຊິກສະພາທ້ອງຖິ່ນຂັ້ນພື້ນຖານ (ແບບແບ່ງສັດສ່ວນເລືອກເອົາພັກການເມືອງ) ແລະ 7. ຜູ້ອຳ ນວຍການຂອງຂະແໜງການສຶກສາຂັ້ນທ້ອງຖິ່ນ.
​​ ຕອນຄ່ຳຂອງວັນດຽວກັນ, ຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມການໄປສັງເກດການນັບຄະແນນສຽງຕົວຈິງຢູ່ສູນນັບຄະແນນສຽງຂອງເມືອງກັງແຊ ນະຄອນຫຼວງເຊອູນ ເຊິ່ງໄດ້ເຫັນຄວາມເປັນຈິງຂອງພາບລວມຂອງການປະຕິບັດໜ້າທີ່ວຽກງານຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ, ລະດັບແຂວງ, ລະດັບທ້ອງຖິ່ນ, ການນຳໃຊ້ພະນັກງານ ແລະ ເຄື່ອງຈັກທີ່ທັນສະໄໝໃນການນັບຄະແນນສຽງ, ການເກັບຮັກສາບັດລົງຄະແນນສຽງ, ການເຂົ້າຮ່ວມເປັນສັກຂີພະຍານໃນການນັບຄະແນນຂອງຕົວແທນຈາກພັກ, ຕົວແທນຂອງຜູ້ລົງສະໝັກ, ສື່ມວນຊົນ, ການຕິດກ້ອງວົງຈອນປິດ ແລະ ປະກາດຜົນການນັບຄະແນນສຽງໃນເບື້ອງຕົ້ນແບບທັນທີທັນໃດ ກ້າວໄປເຖິງການປະກາດຜູ້ຊະນະການເລືອກຕັ້ງຢ່າງເປັນທາງການ.
​​ ການເຂົ້າຮ່ວມສັງເກດການເລືອກຕັ້ງຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ສັງເກດເຫັນວ່າ ການເລືອກຕັ້ງຂັ້ນທ້ອງຖິ່ນໃນເທື່ອນີ້ ດຳເນີນໄປດ້ວຍຄວາມເປັນລະບົບລະບຽບ-ຮຽບຮ້ອຍດີ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ເນື່ອງຈາກຄະນະກໍາມະການເລືອກຕັ້ງລະດັບຊາດ, ລະດັບແຂວງ, ລະດັບທ້ອງຖິ່ນ ໄດ້ກະກຽມການເລືອກຕັ້ງເປັນຢ່າງດີ, ມີປະສິດທິພາບ, ມີການແບ່ງຄວາມຮັບຜິດຊອບທີ່ຊັດເຈນ ແລະ ລະອຽດຈະແຈ້ງ ລະຫວ່າງແຕ່ລະອະນຸກຳມະການ, ໜ່ວຍງານ, ການກຳນົດໜ່ວຍປ່ອນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ໄດ້ຕາມເຈດຈຳນົງຂອງຕົນ ລະຫວ່າງພົນລະເມືອງທີ່ກໍາເນີດໃນພື້ນທີ່ ແລະ ພົນລະເມືອງທີ່ຍົກຍ້າຍມາຈາກຖິ່ນອື່ນ, ມີການນໍາໃຊ້ອຸປະກອນເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການບໍລິຫານ-ຄຸ້ມຄອງການເລືອກຕັ້ງ, ການພົວພັນປະສານງານຢ່າງເປັນລະບົບຄົບຊຸດ, ການນັບບັດລົງຄະແນນສຽງຢ່າງມີປະສິດທິຜົນ, ວ່ອງໄວ, ມີຄວາມຍຸຕິທຳ, ໂປ່ງໃສ ແລະ ສາມາດກວດກາກວດສອບໄດ້.
​​ ໃນໂອກາດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ພົບປະເຮັດວຽກກັບປະທານຄະນະມິດຕະພາບລັດຖະສະພາ ສ.ເກົາຫຼີ – ລາວ ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ກໍຄືລະຫວ່າງສະພາແຫ່ງຊາດ ລາວ ແລະ ສ.ເກົາຫຼີ ທີ່ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ແລະ ຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍລະດັບ, ມີການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ສາທາລະນະສຸກ, ແຮງງານ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມກັນນີ້, ທ່ານປະທານຄະນະມິດຕະພາບລັດຖະສະພາ ສ.ເກົາຫຼີ – ລາວ ກໍເຫັນດີຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆນຳກັນລະຫວ່າງສອງສະພາແຫ່ງຊາດ ຕິດພັນກັບການແລກປ່ຽນບົດຮຽນໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ ໂດຍສະເພາະການສ້າງກົດໝາຍ, ການຄົ້ນຄ້ວາພິຈາລະນາການຈັດສັນງົບປະມານ, ການຊຸກຍູ້ສະໜັບສະໜູນໃຫ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ, ບັນດາໂຄງການຮ່ວມມື ທີ່ໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິຜົນ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ; ຈະສືບຕໍ່ຕິດຕາມ ແລະ ຊຸກຍູ້ໃຫ້ສະພາແຫ່ງຊາດ ສ.ເກົາຫຼີ ພິຈາລະນາລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ສ.ເກົາຫຼີ ແລະ ສະພາແຫ່ງຊາດລາວ ທີ່ອາດຈະລົງນາມຮ່ວມກັນໃນຕໍ່ໜ້ານີ້; ພ້ອມທັງຈະໃຫ້ການເບິ່ງແຍງດູແລປະຊາຊົນລາວທີ່ມາອອກແຮງງານຢູ່ ສ.ເກົາຫຼີ ໃຫ້ມີຄວາມສະດວກຂຶ້ນຕື່ມ ຕາມການສະເໜີຂອງຝ່າຍລາວ.
​​ ໃນໄລຍະການເຄື່ອນໄຫວວຽກງານ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າພົບປະຢ້ຽມຢາມສະຖານເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ສ.ເກົາຫຼີ ໂດຍທ່ານ ນາງ ໄກມະນີ ອໍລະບູນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ແຈ້ງສະພາບການເຄື່ອນໄຫວໂດຍຫຍໍ້ຂອງສະຖານທູດລາວ, ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການປະຕິບັດພາລະບົດບາດຂອງເອກອັກຄະລັດຖະທູດລາວ ໃນການເປັນຂົວຕໍ່ທີ່ດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມມີມາແຕ່ດົນນານ ທີ່ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ກໍຄືການພົວພັນ ແລະ ຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ລາວ – ສ.ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມຕຶກສະພາແຫ່ງຊາດ, ສານລັດຖະທຳມະນູນ, ສູນສະແດງການຈຳລອງການໃຊ້ຊີວິດປະຈຳວັນ ທີ່ເປັນມໍລະດົກທາງດ້ານວັດທະນະທຳຮ່ວມສະໄໝຂອງປະຊາຊົນຊາວເກົາຫຼີ (HiKR), ຫໍພິພິທະພັນແຫ່ງຊາດ, ຫໍພິພິທະພັນຕົວໜັງສືທາງການຂອງປະເທດເກົາຫຼີ, ພື້ນຖານທາງດ້ານເສດຖະກິດ, ການຄ້າ ແລະ ວັດທະນະທໍາ ຈໍານວນໜຶ່ງ ຢູ່ນະຄອນຫຼວງເຊອູນ ອີກດ້ວຍ.