loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປືກສາຫາລື​ ກະກຽມກອງປະຊຸມສະໄໝສາມັນເທື່ອທີ 3​ ຂອງ​ ສພຂ​ ອັດຕະປື​ ຊຸດທີ​ II.

ມ.ຖ. 30, 2022 | ເຂດ 17 ອັດ​ຕະ​ປື


ຕອນເຊົ້າ​ວັນທີ​ 29​ ມິຖຸນາ​ 2022​ ນີ້.​ ສະພາປະຊາຊົນ​ (ສພຂ)​ ອັດຕະປື​ ໄດ້ຈັດກອງປະຊຸມ ປືກສາຫາລື​ໃນການກະກຽມກອງປະຊຸມສະໄໝສາມັນເທື່ອ3 ຂອງ​ ສພຂ​ ຊຸດທີ​ II.​ ຂຶ້ນທີ່ຫ້ອງປະຊຸມນ້ອຍຂອງຕົນ.​ ໂດຍການ​ເຂົ້າຮ່ວມ​ຂອງທ່ານ​ ນາງ​ ແສງອາລຸນ​ ວົງສາທິການ​ ກຳມະການ​ຄະນະປະຈໍາ, ເລຂາທິການ​ ສພຂ,​ ມີບັນດາທ່ານ​ຄະນະກຳມະການ,​ຄະນະເລຂາທິການ​ ແລະ​ ຫົວຫນ້າ-ຮອງ​ຫົວໜ້າຂະແໜງ​ພາຍໃນ​ ສພຂ​ ເຂົ້າຮ່ວມ.

ກອງປະຊຸມ,​ໄດ້ແລກປ່ຽນຄົ້ນຄວ້າປືກສາຫາລື ຕໍ່ກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 3​ຂອງ​ ສພຂ​ ຊຸດທີ​II.​ ເປັນຕົ້ນແມ່ນດ້ານເນື້ອໃນ,​ ດ້ານພິທີການແລະຮັບແຂກ,​ດ້ານງົບປະມານແລະການເງີນ,​ດ້ານໂຄສະນາປະຊາສຳພັນ ແລະ​ ໂທລະສັບສາຍດ່ວນ,​ດ້ານປ້ອງກັນຄວາມສະຫງົບ ແລະຮັກສາສຸຂະພາບ​ ເພື່ອຮັບປະກັນເຮັດໃຫ້ກອງປະຊຸມທີ່ຈະຈັດຂື້ນມີຄວາມຮັດກຸມດ້ານປະລິມານ​ ແລະ​ ຄຸນນະພາບ​ ສາມາດດຳເນີນທັນຕາມກຳນົດເວລາທີ່ກຳນົດໄວ້.
(ພາບ-ຂ່າວ:ວິນັດ​ ສພຂ)