ປັບປຸງ ແລະ ຮຽບຮຽງຮ່າງກົດໝາຍນາຍທະຫານກອງທັບປະຊາຊົນລາວ

ສ.ຫ. 14, 2026

(ສພຊ) – ກອງປະຊຸມປັບປຸງ ແລະ ຮຽບຮຽງຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໄດ້ຈັດຂຶ້ນເມື່ອວັນທີ 13 ສິງຫາ 2026 ທີ່ທ່າລາດ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມໂດຍທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ທ່ານ ຄຳພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ (ສພຊ), ຫສນຍ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ; ທັງນີ້, ກໍເພື່ອກວດກາຄືນການປະກອບຄໍາເຫັນຂອງສະມາຊິກລັດຖະບານ ແລະ ອີງຕາມທິດຊີ້ນຳໃນການປັບປຸງເນື້ອໃນຮ່າງກົດໝາຍຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ.
ຜູ້ແທນກອງປະຊຸມໄດ້ພ້ອມກັນຕັ້ງໜ້າປະກອບຄຳເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສຸມໃສ່ປັບປຸງເນື້ອໃນບາງມາດຕາຕາມການເຈາະຈີ້ມຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີຄວາມຮັດກຸມ, ພາວະວິໄສ; ພ້ອມນັ້ນ, ຄະນະຮັບຜິດຊອບປັບປຸງກົດໝາຍ ກໍໄດ້ອະທິບາຍຄຳຊັກຖາມ ແລະ ຕອບຄໍາຖາມເຈາະຈີ້ມ.
ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ສະຫຼຸບ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະຮັບຜິດຊອບ ໃຫ້ບັນທຶກຄໍາຊີ້ແຈງຢ່າງລະອຽດຈະແຈ້ງ ເພື່ອນໍາໄປອະທິບາຍລາຍງານຕໍ່ສະມາຊິກລັດຖະບານ ແລະ ນຳໄປລາຍງານຄະນະປະຈຳພັກກະຊວງປ້ອງກັນປະເທດ; ຈາກນັ້ນ, ຫສນຍ ຈະນຳສົ່ງຮ່າງກົດໝາຍເຖິງ ສພຊ ເພື່ອຄົ້ນຄວ້າໃນຂັ້ນຕໍ່ໄປ ແລະ ຄາດຄະເນວ່າຮ່າງກົດໝາຍດັ່ງກ່າວ ຈະຖືກຮັບຮອງໃນທ້າຍປີນີ້.