ປັບປຸງຮ່າງມະຕິກອງປະຊຸມສະໄໝສາມັນເທື່ອທີ 2

ພ.ຈ. 2, 2026

        (ສພຊ) – ກອງປະຊຸມປັບປຸງ (ຮ່າງ) ມະຕິທີ່ຜ່ານການຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນຂົງເຂດກໍາມາທິການເສດຖະກິດ ແລະ ການເງິນ (ກສງ) ຮັບຜິດຊອບ ໄດ້ຈັດຂຶ້ນໃນວັນທີ 30 ຕຸລານີ້ ທີ່ເມືອງວັງວຽງ ແຂວງວງຽຈັນ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ ແລະ ການເງິນ ເຊິ່ງມີຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳການ ກສງ ພ້ອມດ້ວຍຮອງປະທານອົງການກວດກາແຫ່ງລັດ, ຮອງປະທານອົງການກວດສອບແຫ່ງລັດ, ຮອງ​ລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ຫົວໜ້າ/ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
        ທ່ານ ຈັນທະບູນ ສຸກອາລຸນ ກ່າວເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮ່ວມກັນຄົ້ນຄວ້າ, ປັບປຸງ ແລະ ສ້າງຄວາມເອກະພາບທາງດ້ານຂໍ້ມູນ ກໍຄືຕົວເລກຄາດໝາຍຕ່າງໆ ທີ່ກະຊວງ ແລະ ອົງການ ໄດ້ກຳນົດຢູ່ໃນຮ່າງມະຕິ ພ້ອມທັງຄົ້ນຄວ້າ, ຮຽບຮຽງ ຄຳຄິດຄຳເຫັນຂອງ ສສຊ ໃຫ້ມີຄວາມຊັດເຈນ, ຄົບຖ້ວນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ ເຊິ່ງປະກອບມີ 3 ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ຄື: 1) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027, 2) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງອົງການກວດສອບແຫ່ງລັດ, 3) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງອົງການກວດກາແຫ່ງລັດ.
        ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ, ກວດຄືນບັນດາຕົວເລກຄາດໝາຍຕ່າງໆ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ.
(ນາງ ກຸກກິກ ບຸດດາໄຊ)