ປັບປຸງກົດໝາຍລັດຖະບານ ໃຫ້ສອດຄ່ອງກັບມະຕິພັກ

ຕ.ລ. 17, 2026

(ສພຊ) – ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລານີ້ ເຊິ່ງທ່ານກ່າວວ່າ: ອີງຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ; ຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ; ການປັບປຸງກົງຈັກການຈັດຕັ້ງ ທີ່ໄດ້ໂຮມບັນດາກະຊວງ, ອົງການ ເຂົ້າກັນ ເຮັດໃຫ້ໂຄງປະກອບຂອງສະມາຊິກລັດຖະບານຫຼຸດລົງ. ພ້ອມດຽວກັນນີ້, ການລົງເຜີຍແຜ່ ແລະ ປະເມີນກົດໝາຍວ່າດ້ວຍລັດຖະບານສະບັບປີ 2021 ໃນໄລຍະຜ່ານມາຂອງ ຫສນຍ ຮ່ວມກັບພາກສ່ວນກ່ຽວຂ້ອງ ເຫັນວ່າມີຄໍາເຫັນສະເໜີໃຫ້ມີການປັບປຸງ ແລະ ກໍານົດບາງເນື້ອໃນຂອງກົດໝາຍສະບັບນີ້ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບມະຕິຂອງພັກ, ການປັບປຸງກົງຈັກລັດຖະບານ, ລັດຖະທໍາມະນູນສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2025, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງລັດຖະບານ.
ທ່ານກ່າວວ່າ: ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງສຳຄັນໃຫ້ແກ່ລັດຖະບານ ກໍຄືທ່ານນາຍົກ-ບັນດາທ່ານຮອງນາຍົກລັດຖະມົນຕີ ໃນການຄຸ້ມຄອງ, ບໍລິຫານວຽກງານ ຕາມພາລະບົດບາດທີ່ໄດ້ກຳນົດໄວ້ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ; ເຮັດໃຫ້ການບໍລິຫານວຽກງານຂອງລັດຖະບານ ມີຄວາມຖືກຕ້ອງ, ໂລ່ງລ່ຽນ ແລະ ສອດຄ່ອງກັບຈິດໃຈຂອງມະຕິ 03 ແລະ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນການຫັນປ່ຽນຢ່າງຮອບດ້ານ, ເລິກເຊິ່ງ ແລະ ເປັນທັນສະໄໝ ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ໃນການບໍລິຫານລັດ; ເປັນບ່ອນອີງໃຫ້ແກ່ຂະແໜງການ ກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດສັງຄົມ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມເປັນເຈົ້າການສູງຂຶ້ນ.