(ສພຊ) – ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 15 ຕຸລານີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການບິນພົນລະເຮືອນ ໂດຍຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດຜ່ານມາ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ, ສະພາບການປັບປຸງ, ໂຄງປະກອບ ແລະ ເນື້ອໃນຕົ້ນຕໍ, ແລະ ຄາດຄະເນຜົນໄດ້ຮັບ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ.

ການຄຸ້ມຄອງທາງດ້ານການບິນ ແມ່ນຕິດພັນກັບຫຼາຍຂະແໜງການ ເຮັດໃຫ້ການຈັດຕັ້ງປະຕິບັດນິຕິກຳທີ່ວາງອອກ ຍັງຈຳກັດ ແລະ ມີໜ້ອຍ. ສະນັ້ນ, ຈຶ່ງໄດ້ລວບລວມເອົາບັນຫາ, ເນື້ອໃນຂອງບັນດານິຕິກຳທີ່ນໍາໃຊ້ຜ່ານມາ ເພື່ອກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການທີ່ກ່ຽວຂ້ອງໃຫ້ຊັດເຈນ ເພື່ອເຮັດໃຫ້ການຄຸ້ມຄອງມະຫາພາກ ມີປະສິດທິພາບ, ປະສິດທິຜົນສູງ ທັງຫັນໄປສູ່ການຄຸ້ມຄອງລະບົບທີ່ທັນສະໄໝ; ປັບນິຕິກຳທີ່ຍັງໃຊ້ໃນປັດຈຸບັນ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ; ເປັນເຄື່ອງມືໃນການຄຸ້ມຄອງຂອງລັດ ໃຫ້ຮັດກຸມ ແລະ ເປັນລະບົບ ໃນການຄຸ້ມຄອງມະຫາພາກ; ການດໍາເນີນທຸລະກິດກ່ຽວກັບການບິນພົນລະເຮືອນ ໃຫ້ທັນສະໄໝ, ປອດໄພ, ໂປ່ງໃສ, ສາມາດຕິດຕາມກວດກາໄດ້ຢ່າງທັນການ ທັງປົກປັກຮັກສາຜົນປະໂຫຍດລວມຂອງຊາດຕໍ່ຜູ້ດຳເນີນທຸລະກິດປະກອບສ່ວນເຂົ້າໃນການສ້າງຖານລາຍຮັບເຂົ້າງົບປະມານແຫ່ງຊາດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງມີກົດໝາຍທີ່ມີເນື້ອໃນຄົບຖ້ວນ, ຮັດກຸມ, ແທດເໝາະກັບສະພາບໃຫ້ຍາວນານ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ສະຫຼຸບແລ້ວ ການປັບປຸງກົດໝາຍວ່າດ້ວຍການບິນພົນລະເຮືອນ ແມ່ນມີຄວາມຈໍາເປັນຢ່າງຍິ່ງເພື່ອແກ້ໄຂບັນ ຫາທີ່ເກີດຂຶ້ນໃຫ້ແທດເໝາະກັບສະພາບຄວາມເປັນຈິງ ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານທາງດ້ານການບິນພົນລະເຮືອນຢ່າງລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະການແກ້ໄຂການກວດກາ-ກວດສອບຂອງອົງການການບິນພົນລະເຮືອນສາກົນ (International Civil Aviation Organization – ICAO) ເພື່ອຮັບປະກັນບໍ່ໃຫ້ ສປປລາວ ຖືກທຸງແດງ.

