(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລານີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການຈະລາຈອນທາງບົກ ເຊິ່ງທ່ານໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຈະລາຈອນທາງບົກໃນໄລຍະຜ່ານມາ ເຫັນວ່າມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການຈະລາຈອນທາງບົກສະບັບປີ 2012 ດ້ວຍເຫດຜົນດ້ານເຄື່ອງມືໃນການຄຸ້ມຄອງ ເຊັ່ນ: ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນປັດຈຸບັນ ຍັງບໍ່ທັນຄົບຖ້ວນ, ບາງເນື້ອໃນຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ໂດຍສະເພາະວຽກງານຈະລາຈອນທາງບົກທີ່ມີການຂະຫຍາຍຕົວຢ່າງວອງໄວ; ຍັງບໍ່ທັນມີລະບົບຖານຂໍ້ມູນລວມສູນ ເຊິ່ງເຮັດໃຫ້ການເກັບກຳສະຖິຕິ, ການຕິດຕາມກ່ຽວກັບວຽກງານຈະລາຈອນທາງບົກ ຍັງມີຄວາມຫຍຸ້ງຍາກ; ດ້ານການແບ່ງຂັ້ນຄຸ້ມຄອງ: ການປະສານງານ ແລະ ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ກັບ ທ້ອງຖິ່ນ ຍັງມີລັກສະນະຊໍ້າຊ້ອນ ແລະ ບໍ່ທັນມີປະສິດທິພາບເທົ່າທີ່ຄວນ.
ຄາດຄະເນຜົນໄດ້ຮັບຈາກກົດໝາຍສະບັບປັບປຸງໃໝ່:
1) ເປັນເຄື່ອງມືສໍາຄັນໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ; ສາມາດຍົກລະດັບການຄຸ້ມຄອງການຈະລາຈອນທາງບົກ ໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ, ເຮັດໃຫ້ຜູ້ນໍາໃຊ້ລົດ, ນໍາໃຊ້ທາງຫຼວງ ປະຕິບັດຖືກຕ້ອງຕາມກົດຈະລາຈອນທາງບົກ.
2) ເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ຄຸ້ມຄອງການຈະລາຈອນທາງບົກ ແນໃສ່ຫຼຸດຜ່ອນອຸບັດເຫດ, ຄວາມແອອັດໃນການສັນຈອນ; ປົກປ້ອງຊີວິດ, ຊັບສິນຂອງບຸກຄົນ, ຊັບສິນສາທາລະນະ; ແກ້ໄຂຄະດີຕ່າງໆກ່ຽວກັບການຈະລາຈອນທາງບົກທີ່ເກີດຂຶ້ນ; ຮັບປະກັນການເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ທັງເປັນການປະກອບສ່ວນເຂົ້າໃນການສ້າງລັດແຫ່ງ ສປປລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.
3) ດຶງດູດການຮ່ວມມືດ້ານວິຊາການ, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າໃນວຽກງານການຈະລາຈອນທາງບົກໃຫ້ຫຼາຍຂຶ້ນ.
4) ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
5) ສ້າງວຽກເຮັດງານທໍາ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
6) ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກທຸລະກິດ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຕໍ່ວຽກງານການຈະລາຈອນທາງບົກໃນ ສປປລາວ.
ປັບປຸງກົດໝາຍການຈະລາຈອນທາງບົກ ໃຫ້ສອດຄ່ອງກັບສະພາບປັດຈຸບັນ
