loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະເທດຊາດຄືສູງສຸດ

ສ.ຫ. 23, 2022 | ຂ່າວທົ່ວໄປ

ໂດຍ: ທິດດີ
​ ພາຍຫຼັງ ໜັງສືພິມເຮົາລົງພິມບົດໃນຫົວຂໍ້ “ບຸນຄຸນແຜ່ນດິນຕ້ອງທົດແທນ” ໄດ້ມີເພື່ອນຜູ້ອ່ານຫຼາຍທ່ານສົ່ງຄໍາເຫັນມາສົນທະນາແລກປ່ຽນ; ບາງທ່ານກໍໄດ້ພົບປະຜູ້ຂຽນ ເພື່ອສະແດງຄໍາຄິດເຫັນຕໍ່ຫົວບົດທີ່ຜູ້ຂຽນຕັ້ງຂຶ້ນເຊັ່ນວ່າ: ຈະເຮັດແນວໃດເພື່ອຈະດຶງກ້ອນເງິນຕາຕ່າງປະເທດເຂົ້າສູ່ລະບົບໃຫ້ໄດ້ຫຼາຍເທົ່າທີ່ຈະສາມາດເຮັດໄດ້? ພວກເພິ່ນຕັ້ງບັນຫາເລື່ອງການທີ່ນໍາເງິນຕາໄປຝາກທະນາຄານຕ່າງປະເທດນັ້ນ ຖືເປັນສິດທີ່ເພິ່ງເຮັດໄດ້-ທໍາໄດ້ ຫຼາຍປະເທດໃນໂລກກໍມີສ່ວນບຸກຄົນນໍາເງິນທີ່ຊອກຫາມາໄດ້ນໍາໄປຝາກທະນາ ຄານຕ່າງປະເທດ ເຊິ່ງຖືເປັນເລື່ອງປົກກະຕິ. ແຕ່ເຫດຜົນນັ້ນກໍມີຫຼາຍຢ່າງທ້າຍທີ່ສຸດຄືຊິແມ່ນຄວາມເຊື່ອໝັ້ນວ່າເງິນກ້ອນນັ້ນຈະບໍ່ສູນຫາຍໄປ.
​ ແລ້ວຄົນລາວເຮົາມີບໍ? ທີ່ນໍາເງິນໄປຝາກທະນາຄານຕ່າງປະເທດ…. ແລ້ວຊິເຮັດແນວໃດເພື່ອໃຫ້ເພິ່ນນໍາເງິນມາຝາກທະນາຄານພາຍໃນປະເທດ ເພື່ອຈະໄດ້ຊ່ວຍປະເທດຊາດໃນຍາມວິກິດການຊົ່ວຄາວເຊັ່ນນີ້?… ເພື່ອນຜູ້ອ່ານທ່ານໜຶ່ງມີຄວາມເຫັນວ່າ ເລື່ອງນີ້ພວກເຮົາຕ້ອງໄດ້ປັບປຸງພາຍໃນພວກເຮົາວ່າເປັນຫຍັງຈຶ່ງມີປາກົດການບໍ່ເຊື່ອໝັ້ນທະນາຄານພາຍໃນ.
​ ທ້າຍທີ່ສຸດການສົນທະນາກໍມາລົງເອີຍເຖິງເລື່ອງຮັກຊາດ ແລະ ການນັບຖືຊາດ ສູງສຸດ… ເມື່ອໃດມີສິ່ງນັ້ນໃນໝາກຫົວໃຈແລ້ວ ແນ່ນອນຈະເກີດປາກົດການຮັກເຊື້ອແພງຊາດຂຶ້ນມາທັນທີໃນລະດັບທີ່ແຕກຕ່າງກັນ.
​ ມີຄໍາເຫັນອອກມາວ່າ: ຢາກໃຫ້ມີຜູ້ນໍາໜ້າສ້າງຂະບວນການ ເພື່ອຊາດຍາມເກີດວິກິດການຊົ່ວຄາວຈາກການຂາດແຄນເງິນຕາຕ່າງປະເທດ. ພວກເພິ່ນຄິດວ່າຫາກມີທ່ານໃດທ່ານໜຶ່ງລຸກຂຶ້ນມາອອກໜ້າ; ຂະບວນການນີ້ຈະແຜ່ລາມໄປຢ່າງເຂັ້ມແຂງ ເພາະວ່າຄວາມເປັນລາວ…. ເລືອດລາວຍ່ອມຮ້ອນແຮງຫາກວ່າສິ່ງທີ່ຕົນໄດ້ກະທໍານັ້ນເພື່ອຜົນປະໂຫຍດຂອງຊາດ, ເພື່ອສະແດງໃຫ້ເຫັນວ່າບໍ່ເສຍຊາດເກີດ…..
ປະເທດຊາດຄືສູງສຸດສໍາລັບທ່ານ!!!!
ສະນັ້ນບຸນຄຸນແຜ່ນດິນຕ້ອງທົດແທນ….