ປະທານ ສພຊ ຕ້ອນຮັບການຢ້ຽມຂໍ່ານັບຂອງບັນດາເອກອັກຄະລັດຖະທູດ ແຫ່ງ ສປປລາວ ທີ່ຈະໄປປະຈໍາການຢູ່ຕ່າງປະເທດ

ມ.ກ. 18, 2022


​(ສພຊ) ໃນຕອນບ່າຍວັນອັງຄານທີ 18 ມັງກອນ 2022 ທີ່ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາຢູ່ປະເທດຝຣັ່ງ; ທ່ານ ຄອນເພັງ ທໍາມະວົງ ເອກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປລາວ ປະຈໍາຢູ່ປະເທດໂອຕຣິດ; ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສປລາວ ປະຈໍາຢູ່ລາຊະອານາຈັກກໍາປູເຈຍ ແລະ ທ່ານ ສິນໃຈ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາຢູ່ອົດສະຕາລີ ໃນໂອກາດໄປຮັບໜ້າທີ່ໃໝ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປລາວ ທີ່ຈະໄປປະຈໍາການຢູ່ຕ່າງປະເທດ.

​ໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ບົວແກ້ວ ພູມວົງໄຊ ຕາງໜ້າໃຫ້ບັນດາທ່ານທູດ ລາຍງານຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງຂໍທິດຊີ້ນໍາຈາກທ່ານປະທານສະພາແຫ່ງຊາດ.

​ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມດີໃຈຢ່າງຍິ່ງນໍາບັນທ່ານທູດ ທີ່ໄດ້ຮັບສານຕາຕັ້ງ ແລະ ກຽມໄປປະຈໍາການຢູ່ຕ່າງປະເທດ ແລະ ໄດ້ໃຫ້ຮູ້ໂດຍຫຍໍ້ກ່ຽວສະພາບການ ແລະ ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ໂດຍສະເພາະກ່ຽວກັບສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ມີຄໍາເຫັນໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງເອົາໃຈໃສ່ຢຶດໝັ້ນແນວທາງການຕ່າງປະເທດຂອງພັກ, ລັດຖະທໍາມະນູນ, ບັນດາກົດໝາຍ ແລະ ນະໂຍບາຍຕ່າງໆ ຂອງ ສປປລາວ ທີ່ໄດ້ກຳນົດໄວ້. ພ້ອມນັ້ນ, ທ່ານປະທານສະພາແຫ່ງຊາດຍັງໄດ້ອວຍພອນໄຊອັນປະເສີດໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ກໍຄືຄອບຄົວ ແລະ ອວຍພອນໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ການທູດ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)