ປະທານ ສພຂ ອັດຕະປື ຕ້ອນຮັບ ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສພຊ

ສ.ຫ. 7, 2026

ໃນວັນທີ 5 ສິງຫາ 2026, ທ່ານ ບຸນເຖິງ ດວງສະຫວັນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ, ໃນໂອກາດທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື. ໃນໂອກາດຕ້ອນຮັບດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ສະແດງຄວາມຕ້ອນຮັບຢ່າງສະໜິດສະໜົມ, ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວງານຂອງສະພາປະຊາຊົນແຂວງ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ ໃນໄລຍະຜ່ານມາ ໃຫ້ຄະນະໄດ້ຮັບຊາບ.ຈາກນັ້ນ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວເຮັດວຽກໃນຄັ້ງນີ້. ທ່ານໄດ້ເນັ້ນໃສ່ການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ນິຕິກໍາອື່ນໆ ທີ່ຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

(ຂ່າວ: ວິນັດ ສີສຸລາດ)