ປະທານ ກສງ ຮັບການເຂົ້າຢ້ຽມຂ່ຳນັບຂອງທູດ ສ.ເກົາຫຼີ

ພ.ພ. 15, 2026

(ສພຊ) – ວັນທີ 14 ພຶດສະພານີ້, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ.
ທ່ານປະທານກຳມາທິການເສດຖະກິດ ແລະ ການເງິນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ເປັນໂອກາດດີທີ່ຈະໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການຊຸກຍູ້ວຽກງານຂົງເຂດເສດຖະກິດ ແລະ ການເງິນ ໃຫ້ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໄປ; ສະແດງຄວາມຊົມເຊີຍໃນລະຫວ່າງການປະຕິບັດໜ້າທີ່ຢູ່ ສປປລາວ ຂອງທ່ານເອກອັກຄະລັດຖະທູດ (ນັບແຕ່ປີ 2022-ປັດຈຸບັນ) ເຊິ່ງເຫັນໄດ້ເຖິງຄວາມຫ້າວຫັນໃນການເປັນຂົວຕໍ່ທີ່ເຂັ້ມແຂງ, ຊຸກຍູ້ຫັນເອົາທ່າແຮງທາງດ້ານເຕັກໂນໂລຊີ ແລະ ປະສົບການການພັດທະນາຂອງ ສ.ເກົາຫຼີ ມາໝູນໃຊ້ເຂົ້າໃນການຊ່ວຍເຫຼືອ ສປປລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານ ຈັນທະບູນ ສຸກອາລຸນ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ທີ່ໄດ້ມີການພົວພັນຮ່ວມມືອັນດີງາມ ແລະ ຕໍ່ເນື່ອງໃນຫຼາຍລະດັບ ລວມເຖິງສາຍພົວພັນການທູດຕະຫຼອດໄລຍະ 31 ປີ ທີ່ມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳຫຼາຍຂຶ້ນ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຮ່ວມກັນຢ່າງປົກກະຕິ; ນອກນີ້, ສອງສະພາແຫ່ງຊາດ ກໍມີການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານຍັງແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ສະພາບການປະຕິບັດໜ້າທີ່ຂອງກຳມາທິການເສດຖະກິດ ແລະ ການເງິນ ໂດຍສັງເຂບ.
ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການເສດຖະກິດ ແລະ ການເງິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມມືຮອບດ້ານລະຫວ່າງ ສ.ເກົາຫຼີ ແລະ ສປປລາວ ຈົ່ງສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໄປ.

(ກົງທະນູຄຳ ພິພັດເສລີ)