(ສພຊ) – ວັນທີ 15 ພຶດສະພາຜ່ານມາ, ທ່ານ ພົຈວ. ສຸລິໄຊ ພິຈິດ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ. ທ່ານປະທານ ກປຊສ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການປະຕິບັດໜ້າທີ່ຢູ່ ສປປລາວ ຂອງທ່ານເອກອັກຄະລັດຖະທູດ (ນັບແຕ່ປີ 2022 – ປັດຈຸ ບັນ) ເຊິ່ງເຫັນໄດ້ເຖິງຄວາມຫ້າວຫັນໃນການຊຸກຍູ້ດ້ານຕ່າງໆ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ກໍເປັນວຽກງານໜຶ່ງທີ່ສອງປະເທດໄດ້ມີການຮ່ວມມືອັນດີນຳກັນ; ການພົບປະຄັ້ງນີ້ ເປັນໂອກາດດີທີ່ຈະໄດ້ປຶກສາຫາລືແລກປ່ຽນເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ສປປລາວ – ສ.ເກົາຫຼີ ເວົ້າລວມ, ເວົ້າສະເພາະກໍຄືຂົງເຂດ ປກຊ-ປກສ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນໄປ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສ.ເກົາຫຼີ – ສປປລາວ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ລະຫວ່າງສອງປະເທດ; ມີການຮ່ວມມືທີ່ດີໃນຫຼາຍດ້ານ, ສະເພາະຂົງເຂດ ປກຊ-ປກສ ກໍມີຫຼາຍດ້ານເຊັ່ນ: ການຮ່ວມມືຕ້ານອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງໄຊເບີ, ການຊ່ວຍເຫຼືອດ້ານອຸປະກອນເກັບກູ້ລະເບີດບໍ່ທັນແຕກໃຫ້ແກ່ ສປປລາວ.
ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ມີການພົວພັນ ແລະ ຮ່ວມມືນຳກັນເປັນຢ່າງດີ ເຊິ່ງມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆໃນຫຼາຍລະດັບ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນໃນໂອກາດສຳຄັນຕ່າງໆ; ພ້ອມນີ້, ສອງຝ່າຍຍັງມີການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
(ນາງ ສຸພາວັນ ຫອມສະນິດ)

