ປະທານ ກຕທ ຮັບການເຂົ້າຢ້ຽມຂ່ຳນັບຂອງທູດ ສ.ເກົາຫຼີ ແລະ ທູດອົດສະຕຣາລີ

ພ.ພ. 16, 2026

(ສພຊ) – ຕອນສວາຍວັນທີ 15 ພຶດສະພາ 2026 ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ (ກຕທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ແລະ ທ່ານ ນາງ ເມແກນ ຈອນສ໌ (Megan Jones) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປລາວ.
ໃນການຕ້ອນຮັບທ່ານ ຈອງ ຢອງ ຊູ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ຕໍ່ການເຄື່ອນໄຫວທີ່ຫ້າວຫັນໃນການປະກອບສ່ວນອັນສຳຄັນຫຼາຍຢ່າງຂອງການພົວພັນຮ່ວມມືລະຫວ່າງສອງພັກສອງລັດ ແລະ ການຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ຢູ່ ສປປລາວ; ພ້ອມກັນນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະດ້ານແຮງງານ, ການຄຸ້ມຄອງແຮງງານຂ້າມແດນ, ການປາບປາມບັນຫາອາຊະຍາກຳຂ້າມຊາດ ແລະ ການພັດທະນາທັກສະສີມືແຮງງານລາວ ໂດຍຜ່ານການສ້າງຕັ້ງສູນເຝິກອົບຮົມວິຊາຊີບ, ການສອນພາສາຕ່າງປະເທດ ແລະ ການກະກຽມຄວາມພ້ອມຂອງແຮງງານລາວກ່ອນເດີນທາງໄປເຮັດວຽກຢູ່ຕ່າງປະເທດ.
ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ສ.ເກົາຫຼີ – ສປປລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ຢືນຢັນວ່າ ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ຮັບປະກັນສິດ, ຄວາມປອດໄພ ແລະ ຜົນປະໂຫຍດອັນຊອບທຳຂອງແຮງງານລາວທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ໂດຍຜ່ານກົນໄກການຄຸ້ມຄອງ, ລະບົບສາຍດ່ວນຊ່ວຍເຫຼືອ ແລະ ການສະໜອງຄວາມຊ່ວຍເຫຼືອທາງກົດໝາຍໃຫ້ແກ່ແຮງງານລາວ ແລະ ຕ່າງປະເທດ.
ໃນການຕ້ອນຮັບທ່ານ ນາງ ເມແກນ ຈອນສ໌, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ການສະໜັບສະໜູນອັນຕໍ່ເນື່ອງຂອງລັດຖະບານອົດສະຕຣາລີ ຕໍ່ການພັດທະນາຂອງ ສປປລາວ ແລະ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມທີ່ສອງລັດຖະບານລົງນາມ ໃຫ້ເກີດເປັນຮູບປະທຳ.
ທ່ານເອກອັກຄະລັດຖະທູດອົດສະຕຣາລີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງລັດຖະສະພາອົດສະຕຣາລີ ແລະ ສະພາແຫ່ງຊາດລາວ; ພ້ອມດຽວກັນ, ກໍຢືນຢັນວ່າ ສປປລາວ ຍັງຄົງເປັນຄູ່ຮ່ວມມືສຳຄັນ ແລະ ຈະສືບຕໍ່ສະໜັບສະໜູນບັນດາໂຄງການພັດທະນາທີ່ສຳຄັນ ໂດຍສະເພາະໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ການພັດທະນາຂີດຄວາມສາມາດໃຫ້ແກ່ບຸກຄະລາກອນຂອງສະພາແຫ່ງຊາດລາວ.