ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີເປີດ ແລະ ກ່າວຄຳປາໄສໃນກອງປະຊຸມ AIPA ຄັ້ງທີ 47

ພ.ຈ. 19, 2026

        (ສພຊ) – ວັນທີ 18 ພະຈິກນີ້ ທີ່ນະຄອນຫຼວງມະນິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີເປີດຢ່າງເປັນທາງການ ແລະ ຂຶ້ນກ່າວຄຳປາໄສສຳຄັນ ໃນວາລະກອງປະຊຸມຄົບຄະນະ ຄັ້ງທີ 1 ຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 16-22 ພະຈິກ 2026 ພາຍໃຕ້ຫົວຂໍ້: “ບັນດາລັດຖະສະພາ ຮັບປະກັນອາຊຽນທີ່ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຖືເອົາປະຊາຊົນເປັນໃຈກາງ” (Parliaments Securing a Peaceful, Prosperous, and People-Centered ASEAN).
        ພິທີເປີດຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າວັນດຽວກັນ ໂດຍການເປັນປະທານຂອງທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ III (Faustino “Bojie” G. Dy III) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສ.ຟີລິບປິນ ໃນຖານະປະທານ AIPA ຄັ້ງທີ 47, ມີບັນດາປະທານລັດຖະສະພາ, ຫົວໜ້າຄະນະຜູ້ແທນຈາກລັດຖະສະພາສະມາຊິກ AIPA, ເລຂາທິການໃຫຍ່ AIPA, ປະເທດສັງເກດການ ແລະ ແຂກຖືກເຊີນ ເຂົ້າຮ່ວມ; ໃນພິທີເປີດ, ທ່ານປະທານ AIPA ໄດ້ກ່າວສູນທອນພົດເນັ້ນໜັກເຖິງບົດບາດສຳຄັນຂອງອົງການນິຕິບັນຍັດ ໃນການຮ່ວມມືແກ້ໄຂສິ່ງທ້າທາຍຂອງພາກພື້ນ ແລະ ຂອງໂລກ ລວມທັງການສົ່ງເສີມການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ໂດຍຖືເອົາຜົນປະ ໂຫຍດຂອງປະຊາຊົນອາຊຽນເປັນໃຈກາງ. ພິທີດັ່ງກ່າວ ເປັນຂີດໝາຍສຳຄັນແຫ່ງການເລີ່ມຕົ້ນການດຳເນີນກອງປະຊຸມຕະຫຼອດໄລຍະ 1 ອາທິດ ເພື່ອປຶກສາຫາລື ແລະ ຮັບຮອງເອົາບັນດາມະຕິສຳຄັນຕ່າງໆ.
        ຕໍ່ຈາກນັ້ນ, ໃນກອງປະຊຸມຄົບຄະນະ ວາລະທີ 1, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວຄຳປາໄສ ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ III ທີ່ປະຕິບັດໜ້າທີ່ເປັນປະທານ AIPA ຢ່າງຫ້າວຫັນ ແລະ ຕີລາຄາສູງຕໍ່ບົດບາດຂອງຟີລິບປິນໃນປີ 2026 ເຊິ່ງເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ເປັນວາລະຄົບຮອບ 50 ປີ ແຫ່ງການສ້າງຕັ້ງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC).
         ພ້ອມກັນນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນ ທີ່ພວມຜະເຊີນໜ້າກັບໄພພິບັດທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ-ພະລັງງານ ແລະ ຂໍ້ຂັດແຍ້ງຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ຮັດແໜ້ນການຮ່ວມມືແບບພະຫຸພາຄີ (ຫຼາຍຝ່າຍ) ແລະ ຮັກສາຄວາມເປັນແກນກາງຂອງອາຊຽນໃຫ້ໜັກແໜ້ນ. ສະພາແຫ່ງຊາດລາວ ສະໜັບສະໜູນຢ່າງເຕັມທີ່ຕໍ່ຫົວຂໍ້ກອງປະຊຸມໃນປີນີ້ ແລະ ເຫັນວ່າ AIPA ຄວນສືບຕໍ່ເສີມຂະຫຍາຍບົດບາດຜ່ານການສ້າງ ແລະ ປັບປຸງນິຕິກຳ, ການພິຈາລະນາງົບປະມານ, ການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆ, ການຊຸກຍູ້ການໃຫ້ສັດຕະຍາບັນຕໍ່ສົນທິສັນຍາໃນຂອບອາຊຽນ ລວມທັງການສົ່ງເສີມການທູດລັດຖະສະພາ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ; ສຳລັບ ສປປລາວ ໄດ້ເອົາໃຈໃສ່ການເຊື່ອມໂຍງ-ເຊື່ອມຈອດພາກພື້ນຢ່າງເປັນຮູບປະທຳ ໂດຍຜ່ານບັນດາໂຄງການຍຸດທະສາດສຳຄັນ ເປັນຕົ້ນແມ່ນເສັ້ນທາງລົດໄຟ ລາວ-ຈີນ, ໂຄງການທາງລົດໄຟ ລາວ-ຫວຽດນາມ ແລະ ການພັດທະນາພື້ນຖານໂຄງລ່າງອື່ນໆ ເພື່ອຫັນປ່ຽນຈາກ “ປະເທດບໍ່ມີຊາຍແດນຕິດກັບທະເລ” ໃຫ້ກາຍເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດ” ຢ່າງກວ້າງຂວາງ ແລະ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງຍືນຍົງ.
        ໃນຕອນທ້າຍ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບສະພາແຫ່ງຊາດ ຕີມໍ-ແລັດສະເຕ ເຂົ້າເປັນສະມາຊິກສົມບູນໃໝ່ຂອງ AIPA ພ້ອມທັງສະໜັບສະໜູນການຮັບຮອງເອົາສະພາແຫ່ງຊາດແຊັກບີ ແລະ ລັດຖະສະພາແອັດສະປາຍ ເຂົ້າເປັນລັດຖະສະພາສັງເກດການ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມຄວາມເຂັ້ມແຂງ ແລະ ຂະຫຍາຍຄອບຄົວ AIPA ໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ.