(ສພຊ) – ວັນທີ 17 ພະຈິກ 2026, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫຼວງມານິລາ, ສາທາລະນະລັດ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ເຊິ່ງດຳເນີນໃນລະຫວ່າງວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສ.ຟີລິບປິນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ຮ່ວມກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດສະມາຊິກໄອປາ, ເລຂາທິການໃຫຍ່ໄອປາ ແລະ ຮອງເລຂາທິການໃຫຍ່ອາຊຽນ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ເຟົາສຕິໂນ ໂບຈີ ຈີ. ດີ ທີ 3 (Faustino “Bojie” G. Dy III) ປະ ທານສະພາຜູ້ແທນລາດສະດອນຟີລິບປິນ ໃນຖານະປະທານກອງປະຊຸມໄອປາ ຄັ້ງທີ 47 ເພື່ອສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມຄັ້ງສຳຄັນນີ້.

ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47 ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປລາວ ໃນຄັ້ງນີ້ ແມ່ນການປະຕິບັດພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບອັນສຳຄັນ ໃນຖານະທີ່ສະພາແຫ່ງຊາດລາວ ເປັນສະມາຊິກສົມບູນຂອງໄອປາ. ຕະຫຼອດໄລຍະການດຳເນີນກອງປະຊຸມ, ຄະນະຜູ້ແທນລາວ ຈະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ກອງປະຊຸມກຳມາທິການປະຈຳດ້ານຕ່າງໆ ເພື່ອສະແດງທັດສະນະ, ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງສ້າງສັນ ຕໍ່ບັນດາຮ່າງມະຕິ ແລະ ເນື້ອໃນສຳຄັນຂອງກອງປະຊຸມ ໃນຂອບວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກສະພາແຫ່ງຊາດເພດຍິງ (WAIPA), ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມ (YPA) ລວມທັງກອງປະຊຸມປຶກສາຫາລືວຽກງານພາຍໃນຂອງໄອປາ.
ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ, ທ່ານປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຍັງຈະໄດ້ມີການພົບປະສອງຝ່າຍ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງລັດຖະສະພາປະເທດສະມາຊິກໄອປາ ກັບ ລັດຖະສະພາປະເທດຜູ້ສັງເກດການ ແລະ ອົງການຈັດຕັ້ງລັດຖະສະພາພາກພື້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນບັນດາປະເທດອາຊຽນ.

