loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດ ລົງໃກ້ຊິດໃຫ້ກຳລັງໃຈປະຊາຊົນທີ່ປະສົບອຸທົກກະໄພ

​ກ.ກ. 30, 2018 | ຂ່າວກອງປະຊຸມ

(ສພຊ) ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ຜູ້ປະສົບອຸທົກກະໄພນໍ້າຖ້ວມໃນເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດເຂື່ອນກັ້ນນໍ້າສໍາຮອງເຊປຽນ-ເຊນໍ້ານ້ອຍແຕກ; ໃນວັນສຸກທີ 27 ກໍລະກົດຜ່ານມາ,  ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ, ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ແລະ ຄະນະຕິດຕາມ ສົມທົບກັບທ່ານ ເມກສະຫວັນ ພົມພິທັກ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຢ່າງໃກ້ຊິດ ກັບປະຊາຊົນຊາວເມືອງສະໜາມໄຊທີ່ໄດ້ຮັບຜົນກະທົບແລ້ວຍົກຍ້າຍມາປິ່ນປົວ ແລະ ອາໄສຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກເປັນການຊົ່ວຄາວ.

ໃນການເຄື່ອນໄຫວຄັ້ງນີ້, ຄະນະໄດ້ນຳເອົາເຄື່ອງຊ່ວຍເຫລືອປະກອບມີເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ ເຊິ່ງໄດ້ຈາກການລະດົມທຶນຈາກພະນັກງານພາຍໃນສະພາແຫ່ງຊາດ ແລະ ໄດ້ຮັບການອຸປະຖຳຈາກ ທະນາຄານລາວ-ຫວຽດ ລວມມູນຄ່າທັງໝົດ 90 ກວ່າລ້ານກີບ.

ໃນການລົງເຄື່ອນໄຫວທີ່ເມືອງປາກຊ່ອງ, ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ຫົວໜ້າຄະນະຊີ້ນຳພາກສະໜາມການປະຕິບັດວຽກກູ້ໄພພິບັດນໍ້າຖ້ວມ ໄດ້ລາຍງານກ່ຽວກັບ ສະພາບການໂດຍຫຍໍ້ຂອງໄພພິບັດ ແລະ ຄວາມຄືບໜ້າໃນການປະຕິບັດງານພາກສະໜາມໃນການຊ່ວຍເຫລືອປະຊາຊົນ.

 

ໂອກາດດຽວກັນນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຫ່ວງໃຍຕໍ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຕໍ່ເຫດການທີ່ບໍ່ຄາດຝັນດັ່ງກ່າວ; ພ້ອມນີ້, ທ່ານຍັງໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ກຳລັງໃຈຕໍ່ປະຊາຊົນທຸກຄົນ ຈົ່ງອົດທົນຜ່ານຜ່າອຸປະສັກອັນໂຫດຮ້າຍນີ້ ເຊື່ອວ່າອີກບໍ່ດົນຈະສາມາດກູ້ວິກິດນີ້ເຂົ້າສູ່ສະພາວະປົກກະຕິໄດ້ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະທີ່ປະຈຳຢູ່ພາກສະໜາມ ແລະ ເນັ້ນໜັກໃຫ້ຕ້ອງຮີບດ່ວນໃນການຊ່ວຍເຫລືອແກ່ຜູ້ທີ່ຖືກຜົນກະທົບ ແລະ ຂໍໃຫ້ຄຸ້ມຄອງເຄື່ອງຊ່ວຍເຫລືອໃຫ້ທົ່ວເຖິງ.

 

(ນາງ ປາກາລັກ ພົມມີໄຊ)