ປະທານສະພາແຫ່ງຊາດ ພົບປະນາຍົກລັດຖະມົນຕີຫວຽດນາມ

ຕ.ລ. 9, 2026

(ສພຊ) – ຕອນແລງວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ໃນໂອກາດຢ້ຽມຢາມ ສປປລາວ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລະຫວ່າງວັນທີ 8-9 ຕຸລາ ແລະ ເປັນປະທານຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບສະຫາຍ ເລ ມິງ ຮຶງ ພ້ອມດ້ວຍຄະນະ ເຊິ່ງເປັນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ໄດ້ເລືອກເອົາ ສປປລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງປະເທດ; ສິ່ງດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງການຖືສຳຄັນ ແລະ ບຸລິມະສິດຕົ້ນຕໍ ໃນການເສີມຂະຫຍາຍສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ນອກຈາກນີ້, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມໄປຍັງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດຫວຽດນາມ ໂດຍສະເພາະແມ່ນສະຫາຍປະທານສະພາແຫ່ງຊາດ ເຈິ່ນ ແທັງ ເມີ້ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົບປະສອງຝ່າຍລະຫວ່າງສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ລວມທັງການເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ແລະ ກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.
ສະຫາຍປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນໄລຍະຜ່ານມາ ໂດຍສະເພາະຕໍ່ການຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມທີ່ມີຕໍ່ສະພາແຫ່ງຊາດລາວ ແລະ ຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜຸນຕໍ່ໄປ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ, ມີການບໍລິຫານທີ່ມີປະສິດທິພາບຂອງລັດຖະບານ ແລະ ການຕິດຕາມຢ່າງໃກ້ຊິດຂອງສະພາແຫ່ງຊາດ, ເຮັດໃຫ້ຫວຽດນາມ ສາມາດຮັກສາຈັງຫວະການພັດທະນາເສດຖະກິດ-ສັງຄົມໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ເຮັດໃຫ້ຊື່ສຽງ ແລະ ບົດບາດອິດທິພົນຂອງຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນ ແລະ ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືຂອງສອງອົງການນິຕິບັນຍັດ ໃນໄລຍະຜ່ານມາ ເຊິ່ງເຫັນວ່າເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາ, ສັບສົນ, ແຕ່ສາຍພົວພັນລະຫວ່າງສອງປະເທດ ໂດຍແມ່ນປະທານ ໂຮ່ ຈີ ມິນ ຜູ້ນໍາທີ່ຍິ່ງໃຫຍ່ ຮ່ວມກັບປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ກໍ່ຕັ້ງ ໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກໆຂົງເຂດວຽກງານ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ໃນການຮ່ວມກັນຕິດຕາມ ແລະ ຊຸກຍູ້ຢ່າງໃກ້ຊິດ ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມືລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນຜົນສຳເລັດການຢ້ຽມຢາມລັດຖະກິດ ສສ.ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ເມື່ອບໍ່ດົນມານີ້ ແລະ ການຢ້ຽມຢາມ ສປປລາວ ຢ່າງເປັນທາງການຂອງສະຫາຍນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ໃນຄັ້ງນີ້ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເປັນຮູບປະທໍາຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຍິນດີ ແລະ ຊົມເຊີຍສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນຈາກສະຫາຍປະທານສະພາແຫ່ງຊາດຫວຽດນາມ ເຈິ່ນ ແທັງ ເມີ້ນ ເຖິງສະຫາຍ ປະທານສະພາແຫ່ງຊາດລາວ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງສອງອົງການນຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.