loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດ ຕ້ອນຮັບປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ

​ກ.ກ. 29, 2022 | SlideMobile

(ສພຊ) ວັນທີ 27 ກໍລະກົດຜ່ານມາ, ທີ່ສະພາແຫ່ງຊາດ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ໂດ໋ ວັນ ຈ໋ຽນ ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ ຢ້ຽມຢາມ ສປປລາວ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພວມສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດ: 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ, 45 ປີ ຄົບຮອບວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ.
ການພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ, ໜ້າສັນລະເສີນຂອງສະຫາຍ ໂດ໋ ວັນ ຈ໋ຽນ ໃນຕະຫຼອດໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເສດຖະກິດໂລກ ແລະ ພາກພື້ນ ມີຫຼາຍສິ່ງທ້າທາຍ, ແຕ່ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ, ເດັດດ່ຽວ ຂອງພັກກອມມູນິດຫວຽດນາມ, ອັນມີສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ເປັນຜູ້ນໍາໜ້າ, ການບັນຊາທີ່ເຂັ້ມແຂງຂອງລັດຖະບານຫວຽດນາມ, ການຕິດຕາມກວດກາທີ່ເຂັ້ມງວດຂອງສະພາແຫ່ງຊາດ, ການປະຕິບັດສອງໜ້າທີ່ ໄປພ້ອມກັນ ທັງຕ້ານພະຍາດໂຄວິດ-19 ທັງຟື້ນຟູເສດຖະກິດ ເຮັດໃຫ້ຫວຽດນາມ ສາມາດຮັກສາຈັງຫວະການພັດທະນາເສດຖະກິດສູງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການຕ່າງປະເທດ ໄດ້ຮັບການເປີດກວ້າງ ເຮັດໃຫ້ບົດບາດອິດທິພົນຂອງຫວຽດນາມ ນັບມື້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມນັ້ນ ກໍໄດ້ຊົມເຊີຍຜົນການພົບປະສອງຝ່າຍລະຫວ່າງ ສະຫາຍປະທານສູນກາງແນວລາວສ້າງຊາດ ກັບສະຫາຍປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ການເຊັນບົດບັນທຶກການຮ່ວມມືຂອງສອງອົງການ (ໄລຍະປີ 2022-2026), ເຫັນວ່າສອງຝ່າຍໄດ້ມີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານເຜົ່າ, ສາສະໜາ, ກົດໝາຍ, ໂຄສະນາ, ຈັດຕັ້ງ-ພະນັກງານ, ຂະບວນການ, ຫ້ອງການ ແລະ ວຽກພົວພັນຕ່າງປະເທດ-ການທູດປະຊາຊົນ, ສອງຝ່າຍໄດ້ມີການຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາທ້ອງຖິ່ນ ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ເພີ່ມທະວີການຮ່ວມມືໃຫ້ຫຼາຍຕື່ມ. ພ້ອມດຽວກັນນີ້, ສອງຝ່າຍໄດ້ຖອດຖອນບົດຮຽນ ກ່ຽວກັບນະໂຍບາຍຕໍ່ຄົນເຊື້ອຊາດຫວຽດນາມທີ່ອາໄສຢູ່ຕ່າງປະເທດ ເຊິ່ງເປັນບົດຮຽນອັນດີໃຫ້ແກ່ ສປປລາວ.
ສະຫາຍປະທານສະພາແຫ່ງຊາດລາວ ຍັງກ່າວຕື່ມອີກວ່າ ເຖິງສະພາບພາກພື້ນ, ສາກົນ ມີການຜັນແປຢ່າງໄວວາ, ສັບສົນ, ສະພາບພາຍໃນຂອງສອງປະເທດ ມີຄວາມຫຍຸ້ງຍາກບໍ່ໜ້ອຍ, ແຕ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ເລິກ ໃນທຸກໆຂົງເຂດ, ການພົວພັນດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ມີການຊ່ວຍເຫຼືອສະໜັບສະໜູນກັນຕະຫຼອດມາ; ການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ-ວັດທະນະທຳ, ວິທະຍາສາດ ແລະ ອື່ນໆ ກໍຄືການພົວພັນຮ່ວມມື ລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ສປປລາວ ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມ ຂອງບັນດາສະຫາຍການນໍາຂັ້ນສູງ ຂອງພັກ-ລັດ ຂອງສອງປະເທດ ໃນຕະຫຼອດໄລຍະຜ່ານມາ; ພ້ອມນັ້ນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວມາຕະຫຼອດ ທັງໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ທັງໃນໄລຍະປັດຈຸບັນ, ພິເສດແມ່ນການຊ່ວຍເຫຼືອການສ້າງຫໍສະພາແຫ່ງຊາດຫຼັງໃຫມ່ ເຊິ່ງເປັນຂອງຂວັນອັນປະເສີດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງເປັນສັນຍາລັກອັນໂດດເດັ່ນ ແຫ່ງການພົວພັນພິເສດ, ຫາຍາກ ຂອງປະຊາຊົນສອງຊາດພວກເຮົາ; ສະເພາະການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດນັ້ນ ປັດຈຸບັນ ການນໍາຂັ້ນສູງຂອງສອງສະພາແຫ່ງຊາດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ໄດ້ເຊັນບົດບັນທຶກການຮ່ວມມື ໄລຍະ 5 ປີ, ສະເພາະສອງອົງການ ໄດ້ມີແຜນຈັດຫຼາຍກິດຈະກຳສະຫຼອງສອງວັນປະຫວັດສາດນໍາກັນ, ມີການແລກປ່ຽນຄະນະຜູ້ແທນນໍາກັນຫຼາຍຄະນະ ແລະ ຍັງຈະສືບຕໍ່ແລກປ່ຽນຄະນະນໍາກັນຕໍ່ຈົນຮອດທ້າຍປີ 2023 ທີ່ຈະມາເຖິງ.
(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)