loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດຕ້ອນຮັບ ທູດເຢຍລະມັນເຂົ້າຢ້ຽມຂໍ່ານັບ

ມ.ສ. 10, 2018 | ຂ່າວກອງປະຊຸມ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ ຕ້ອນຮັບ ທ່ານ ເຈນ ລຸດເກນ ເຮີມ (MrJens Lutkenherm) ເອກອັກຄະລັດຖະທູດສະຫະ ພັນເຢຍລະມັນຄົນໃໝ່ປະຈຳ ລາວ ເຂົ້າຢ້ຽມຂ່ຳນັບໃນຕອນ ເຊົ້າວັນທີ 6 ເມສາຜ່ານມາ ທີ່ ຫ້ອງຮັບແຂກສະພາແຫ່ງຊາດ. ໃນໂອກາດດັ່ງກ່າວທ່ານປະ ທານສະພາແຫ່ງຊາດ ໄດ້ກ່າວ ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳລາວ ຊຶ່ງເປັນການ ປະກອບສ່ວນເຂົ້າໃນການພົວ ພັນຮ່ວມມືທີ່ດີລະຫວ່າງ ລາວສະຫະພັນເຢຍລະມັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນພ້ອມ ກັນນີ້ ທ່ານປະທານສະພາແຫ່ງ ຊາດ ຍັງໄດ້ຕີລາຄາສູງຕໍ່ລັດ ຖະບານ ແລະ ປະຊາຊົນເຢຍ ລະມັນທີ່ໄດ້ໃຫ້ການສະໜັບ ສະໜູນທາງດ້ານທຶນຮອນເຕັກນິກວິຊາການທີ່ເລັ່ງໃສ່ ການພັດທະນາພື້ນຖານໂຄງ ລ່າງຕ່າງໆລວມທັງການສະ ໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ, ສ່ວນສອງອົງ ການນິຕິບັນຍັດລາວເຢຍລະ ມັນ ເຖິງວ່າຈະມີການພົວພັນ ແລກປ່ຽນບໍ່ຫຼາຍ ແຕ່ສະພາ ແຫ່ງຊາດ ກໍໄດ້ຮັບການສະ ໜັບສະໜູນຊ່ວຍເຫຼືອດ້ານທຶນ ຮອນໃນການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະມາຊິກສະພາ ແຫ່ງຊາດ, ສະມາຊິກສະພາ ທ້ອງຖິ່ນກໍຄືພະນັກງານວິຊາ ການຂອງສະພາແຫ່ງຊາດອີກ ດ້ວຍ.