loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາປະຊາຊົນແຂວງ ເຄື່ອນໄຫວເຜີຍແຜ່ເອກະສານຜົນສຳເລັດ ກອງປະຊຸມສະພາແຫ່ງຊາດ,ສະພາປະຊາຊົນແຂວງ ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ກ.ຍ. 26, 2022 | ເຂດ 6 ຫລວງພະບາງ

ໃນລະຫວ່າງວັນທີ 19-21 ກັນຍາ 2022 ທີ່ຜ່ານມານີ້, ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງໄດ້ລົງເຄື່ອນໄຫວເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງ ຊຸດທີ II ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.ຢູ່ໃນ05 ຈຸດຂອງເມືອງ ຊຽງເງິນ, ແຂວງ ຫຼວງພະບາງ

(ສຳນັກງານປົກຄອງເມືອງ, ສະໂມສອນບ້ານ ມູດ, ບ້ານ ບວມອໍ້,້ານ ສາມັກຄີໄຊ ແລະ ບ້ານ ດອນໂມ). ໃຫ້ກຽດຕ້ອນຮັບໂດຍທ່ານ ສົມແວວເພັດ ດວງປະສິດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງຊຽງເງິນ. ມີບັນດາທ່ານຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ, ທະຫານ, ຕຳຫຼວດ, ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ພາຍໃນ 05 ຈຸດທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ 512 ທ່ານ, ຍິງ 216 ທ່ານ.


ໃນ
ໂອກາດດຽວກັນນີ້, ຍັງໄດ້ຮັບຟັງການລາຍງານຈາກທ່ານເຈົ້າເມືອງ ກ່ຽວກັບສະພາບລວມ ຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ, ຮັບຟັງການລາຍງານວຽກງານ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ໃນໄລຍະ 06 ເດືອນຜ່ານມາ. ຈາກນັ້ນ, ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະບ້ານ ໃນ 01 ປີ ຜ່ານມາ ຈາກຄະນະພັກ ແລະ ອົງການປົກຄອງບ້ານ ທີ່ເຂົ້າຮ່ວມ. ເຊິ່ງບັນດາທ່ານໄດ້ຍົກໃຫ້ເຫັນທັງຂໍ້ສະດວກ ແລະ ຂໍຫຍຸ້ງຍາກ ຂອງການຈັດຕັ້ງປະຕບັດວຽກງານ ພ້ອມທັງໄດ້ມີຂໍ້ສະເໜີບາງຈຸດເພື່ອຂໍໃຫ້ຂັ້ນເທິງມີທິດຊີ້ນຳໃນການແກ້ໄຂວຽກງານ. ສຳລັບບັນດາຂໍ້ສະເໜີນັ້ນ, ທ່ານປະທານສະພາປະຊາຊົນແຂວງ ໄດ້ຊີ້ແຈງກັບທີ່ ແລະ ໄດ້ສັງລວມໄວ້ເພື່ອສົ່ງໃຫ້ອົງການປົກຄອງແຂວງ ແລະ ເມືອງ ເປັນຜູ້ແກ້ໄຂໃຫ້ຖືກຕ້ອງຕາມລະບຽບການ, ຂັ້ນຕອນ ທີ່ກົດໝາຍກຳນົດໄວ້.

ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ວົງສະຫວັນ ເທບພະຈັນ ຍັງໄດ້ຊີ້ນຳ ໃຫ້ຄະນະນຳພັກ, ອົງການປົກຄອງເມືອງ, ຄະນະພັກ ແລະ ອົງການປົກຄອງບ້ານ ເອົາໃຈໃສ່ໃນການນຳພາ-ຊີ້ນຳ ພະນັກງານ-ລັດຖະກອນ ແລະ ປະຊາຊົນພາຍໃນແຕ່ລະບ້ານ ໃຫ້ມີຄວາມສາມັກຄີກັນ ໃນການຈັດຕັ້ງປະຕິບັດວຽກງານ, ລວມທັງການອອກແຮງແຂ່ງຂັນກັນໃນການປະຕິບັດໜ້າທີ່ວຽກງານ ແລະ ແຂ່ງຂັນກັນໃນການຜະລິດກະສິກຳເປັນສິນຄ້າ, ເປັນຕົ້ນແມ່ນການປູກພືດຜັກປອດສານພິດ ແລະ ການລ້ຽງສັດເປັນສິນຄ້າ ເພື່ອຮັບໃຊ້ພາຍໃນເມືອງ ແລະ ສົ່ງອອກໄປຍັງຕ່າງແຂວງ-ຕ່າງປະເທດ, ທ່ານໄດ້ເນັ້ນໃຫ້ສົ່ງເສີມການຜະລິດທີ່ເປັນມູນເຊື້ອ, ການຜະລິດທີ່ຕິດພັນກັບການດຳລົງຊີວິດປະຈຳວັນ ຂອງປະຊາຊົນ ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ໄປພ້ອມໆກັບການປະກອບອາຊີບອື່ນໆອີກ ທີ່ບໍ່ຂັດກັບ ລັດຖະທຳມະນູນ, ກົດໝາຍແລະ ນິຕິກຳໃຕ້ກົດໝາຍ. ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ໃນການຄຸ້ມຄອງ,ົກປັກຮັກສາ ແລະ ນໍາໃຊ້ທີ່ດິນ ແຕ່ລະປະເພດໃຫ້ຖືກຕ້ອງຕາມກົດໝາຍກຳນົດໄວ້ ຫຼີກເວັ້ນ ທັງຫ້າມການຫັນປະເພດທີ່ດິນ ແລະ ການຊື້ຂາຍທີ່ດິນ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຖ້າກວດພົບ ແມ່ນໃຫ້ດຳເນີນຄະດີຕາມ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ສຳລັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຄະນະພັກ, ອົງການປົກຄອງທຸກຂັ້ນ ຕ້ອງເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ, ບັນຫາຢາເສບຕິດຖ້າເກີດຂຶ້ນຢູ່ບ່ອນໃດ ບ່ອນນັ້ນຕ້ອງຮັບຜິດຊອບ ຕາມກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕ້ອງເອົາໃຈໃສ່ໃນການປະຕິບັດນະໂຍບາຍ ປະຢັດມັດທະຍັດ ແລະ ປະຕິບັດວິໄນການເງິນ ຢ່າງເຂັ້ມງວດ, ຖ້າບຸກຄົນ ຫຼື ການຈັດຕັ້ງໃດ ກະທຳຜິດຕໍ່ວິໄນການເງິນ ຕ້ອງດຳເນີຄະດີຕາມກົດໝາຍ ໃຫ້ເດັດຂາດ.

ພາບ ແລະ ຂ່າວໂດຍ: ໄວພົດ ເສລີພົງໄຊ