(ສພຊ) – ວັນທີ 15 ກໍລະກົດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໂດຍເນັ້ນໃຫ້ສື່ມວນຊົນທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງ, ຍົກລະດັບວຽກງານວິຊາສະເພາະຂອງຕົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ເປັນກະບອກສຽງທີ່ແຫຼມຄົມໃນການປຸກລະດົມ, ໂຄສະນາ, ປະຊາສໍາພັນ ແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ເຫດການສຳຄັນຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ, ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ, ທັນເຫດການ.

ທ່ານ ທອງລຸນ ສີສຸລິດ ໃຫ້ທິດຊີ້ນໍາວ່າ: ສື່ມວນຊົນທຸກພາກສ່ວນໃນ ສປປລາວ ຕ້ອງມີຄວາມສາມັກຄີກົມກ່ຽວກັນ, ຮຽນຮູ້ເຊິ່ງກັນແລະກັນເປັນປະຈຳ, ຕ້ອງກຳແໜ້ນສະພາບການທີ່ຜັນແປຢ່າງທັນການ, ກຳໃຫ້ໄດ້ໃຫ້ຖືກ, ອັນໃດຜິດອັນໃດຖືກ, ອັນໃດແມ່ນການສະເໜີ ແລະ ການຕຳນິຕິຕຽນຢ່າງສ້າງສັນ, ອັນໃດແມ່ນການໃສ່ຮ້າຍປ້າຍສີຢ່າງຂາດຈັນຍາບັນຈັນຍາທຳ, ອັນໃດແມ່ນສະແດງອອກເພື່ອການພັດທະນາທີ່ກ້າວໜ້າ, ອັນໃດແມ່ນການທີ່ມີຈຸດປະສົງຢຽບຢ່ຳທຳລາຍຄົນອື່ນເພື່ອເງິນ, ເພື່ອຄວາມມັນ, ເພື່ອຄວາມສະໃຈສ່ວນຕົວ; ພ້ອມນີ້, ສື່ມວນຊົນຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ເພື່ອຄວາມເປັນທຳ ເພື່ອຄວາມສັດທາຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ບັນດາບັນຫາທີ່ເປັນອຸປະສັກ ເພື່ອກ້າວເດີນໄປສູ່ການຮັບໃຊ້ປະຊາຊົນ, ຮັບໃຊ້ສັງຄົມ ແນໃສ່ເຮັດໃຫ້ສັງຄົມມີຄວາມສັດທາ, ເຊື່ອໝັ້ນຕໍ່ສື່ມວນຊົນລາວເຮົາ.
ພ້ອມນີ້, ສື່ມວນຊົນຕ້ອງກຽມຄວາມພ້ອມຕໍ່ສູ້ຕະຫຼອດເວລາ, ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ່ເພື່ອຄວາມເປັນທຳ, ເພື່ອຄວາມສັດທາຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ທຸກໆບັນຫາທີ່ເປັນອຸປະສັກ ເພື່ອກ້າວໄປສູ່ການຮັບໃຊ້ສັງຄົມ ກໍຄືໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ຖືກຕ້ອງ, ຊັດເຈນ ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ຢ່າງທົ່ວເຖິງ; ຕ້ອງໄດ້ຮຽນຮູ້, ປັບປຸງຕົນເອງຢູ່ຕະຫຼອດເວລາ ແລະ ນຳໃຊ້ກາລະໂອກາດທີ່ມີຢູ່ໃຫ້ທັນກັບສະພາບການ, ເຮັດໃຫ້ສື່ມວນຊົນລາວເດີນໜ້າທັນຕາມຍຸກສະໄໝ, ນຳສະເໜີຂໍ້ມູນຂ່າວສານທີ່ເປັນຈິງ ໃຫ້ວ່ອງໄວກວ່າຂ່າວປອມ, ຂ່າວບິດເບືອນຄວາມເປັນຈິງ, ຕ້ອງນຳສະເໜີຂ່າວໃຫ້ມີຄວາມໜັກແໜ້ນ, ກະທັດຮັດ, ແທງເຖິງໃຈຊາວໜຸ່ມໄວໜຸມ ແລະ ປະຊາຊົນລາວບັນດາເຜົ່າ; ຕ້ອງຮັບເອົາຂໍ້ມູນ, ສະຖານະການທີ່ເກີດຂຶ້ນໃນໂລກ, ໃນປະເທດ, ໃນແຕ່ລະຊົ່ວໂມງ, ແຕ່ລະມື້ ມາວິເຄາະວິໄຈ, ຮັບເອົາບັນດາທັດສະນະທີ່ແຕກຕ່າງຕໍ່ແຕ່ລະເຫດການທີ່ເກີດຂຶ້ນມາສົມທຽບ, ຮັບເອົາຄວາມຢາກຮູ້, ຢາກເຂົ້າໃຈຕໍ່ແຕ່ລະເຫດການຂອງຄົນໃນສັງຄົມ ວ່າອັນໃດເປັນຂ່າວປອມ, ຂ່າວລວງ, ຂ່າວອະກຸສົນ, ຮັບມາເພື່ອວິໄຈ ຄົ້ນຄວ້າ, ຮັບເອົາແນວທາງນະໂຍບາຍຂອງພັກ ແລະ ລັດ ມາເປັນບ່ອນອີງໃນການນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ, ຮັບເອົາຄວາມມຸ່ງມາດປາຖະໜາຂອງຄົນໃນສັງຄົມທີ່ຢາກຮູ້ຂໍ້ມູນຂ່າວສານ ແລະ ຮັບເອົາຄຳສະເໜີ, ຄຳຕຳນິຕິຊົມຂອງຄົນໃນສັງຄົມ ຕໍ່ບຸກຄົນ ຕໍ່ການຈັດຕັ້ງ ແລະ ອື່ນໆ. ພ້ອມນັ້ນ, ຕ້ອງເຜີຍແຜ່ຂ່າວສານທີ່ເກີດຂຶ້ນຢ່າງສົດໆຮ້ອນໆ, ໃຫ້ຂໍ້ມູນທີ່ມີການກວດກາວິໄຈແລ້ວ, ໃຫ້ຄວາມຮູ້ດ້ານຕ່າງໆ ທີ່ບໍ່ມີຄວາມສິ້ນສຸດ ແກ່ຄົນຢ່າງກວ້າງຂວາງ, ໃຫ້ການສຶກສາອົບຮົມຄົນໃນທາງກົງ ແລະ ທາງອ້ອມໄປໃນຕົວ, ໃຫ້ຄຳແນະນຳເພື່ອສ້າງຄວາມມີສະຕິ, ມີຄວາມສະດຸ້ງໄວ, ມີຄວາມລະວັງຕົວ ທີ່ຈະນໍາໄປສູ່ສິ່ງທີ່ຖືກຕ້ອງຂອງກະແສສັງຄົມ ໂດຍຫຼີກລ່ຽງການໄປເມົາມົວນຳຂ່າວຄາວທີ່ເປັນພິດໄພ ທີ່ເປັນອັນຕະລາຍຕໍ່ສຸຂະພາບກາຍສຸຂະພາບໃຈຂອງຄົນ.
ທ່ານຍັງໄດ້ສະແດງຄວາມຫວັງວ່າ ທຸກໆການຈັດຕັ້ງຂອງພັກ, ລັດ ທີ່ໄດ້ຮັບມອບໝາຍໃຫ້ເປັນຜູ້ຊີ້ນຳວຽກງານສື່ມວນຊົນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອພັດທະນາວຽກງານສື່ມວນຊົນ ໃຫ້ມີຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເປັນກະບອກສຽງອັນແຫຼມຄົມໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ເກີດຂຶ້ນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມລາວໄດ້ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ.

