loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລົງຊຸກຍູ້ວຽກງານຢູ່ສະພາປະຊາຊົນແຂວງ

ພ.ພ. 11, 2022 | ເຂດ 9 ຊຽງ​ຂວາງ

ໃນວັນທີ 5 ພຶດສະພາ 2022 ທີມງານກຳມະການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດ ເຂົ້າພົບປະກັບສະພາປະຊາຊົນແຂວງຊຽງຂວາງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນ. ທຸມມາລີ ວົງພະຈັນ ປະທານກຳມາທິການການວັດທະນາທຳ-ສັງຄົມ ແລະ ທ່ານ ບູນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 9, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າກົມ,  ພະນັກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ  ເຂົ້າຮ່ວມ.

ໃນການພົບປະໃນຄັ້ງນີ້ໄດ້ຮັບຟັງການລາຍງານ ຂອງທ່ານບູນໂຮມ ເທດທານີ ກ່ຽວກັບການ ເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໂຄງປະກອບການຈັດຕັ້ງຂອງສະພາປະຊາຊົນແຂວງ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ ໃນການເປັນຕົວແທນໃຫ້ແກ່ປະຊົນລາວບັນດາເຜົ່າ, ການຕົກລົງບັນຫາສຳຄັນຂອງທ້ອງຖິ່ນ, ການລົງເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ, ກອງປະຊຸມສະໄໝວິສາມັນ ແຕ່ລະເທື່ອ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ພ້ອມມີຄຳເຫັນຂໍທິດຊີ້ນຳ ຈາກຂັ້ນເທິງຕື່ມອີກເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິິບັດເຄື່ອນໄຫວວຽກງານໃນຕໍ່ໜ້າ.

ພາຍຫຼັງໄດ້ຮັບຟັງການລາຍງານສຳເລັດ ທ່ານ ນ. ທຸມມາລີ ວົງພະຈັນ ຍັງໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ກັບຜົນງານຂອງສະພາປະຊາຊົນແຂວງ ໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະດ້ານແມ່ນເຮັດໄດ້ດີ ພ້ອມທັງເກັບກຳເອົາຂໍ້ມູນກ່ຽວກັບຂົງເຂດ ວັດທະນະທຳ-ສັງຄົມ ໂດຍສະແມ່ນ ການສຶກສາ ບັນຫານັກຮຽນປະລະການຮຽນ, ບັນຫາຄູອາສາ, ຄູເຫຼື່ອບໍ່ພໍ, ວຽກງານກິລາກາຍະກຳ ເປັນຕົ້ນແມ່ນການກະກຽມເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂື້ນຢູ່ແຂວງຊຽງຊວາງ ໃຫ້ທຸກຄົນເປັນເຈົ້າການ ພ້ອມກັນຈັດຕັ້ງປະຕິບັດ ເຮັດໃຫ້ມີຜົນສຳເລັດຢ່າງຈົບງາາມ.

ສະ​ພາ​ປະ​ຊາ​ຊົນ​ແຂວງ​ຊຽງ​ຂວາງ

ທ. ບຸນສີ ສິດທິເດດ 99 777 890