loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະຊຸມທາງໄກເພື່ອເອກະພາບບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຈຳປີ 2023

ມ.ຖ. 8, 2023 | ເຂດ 3 ຫຼວງນ້ຳ​ທາ

         ຕອນເຊົ້າວັນທີ 6 ມິຖຸນາ 2023 ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຊີ້ນຳວຽການວັດທະນາທຳ-ສັງຄົມ ແລະ ບັນດາເຜົ່າ ຂອງສະພາປະຊາຊົນແຂວງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກເພື່ອເອກະພາບບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຈຳປີ 2023 ທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ສະມາຊິກສະພາແຫ່ງຊາດ ປະທານກຳມາທິການບັນດາເຜົ່າ ຂອງສະພາແຫ່ງຊາດ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານຜົນການຕິດຕາມກວດກາ ບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງກຳມາທິການບັນດາເຜົ່າ ຂອງສະພາແຫ່ງຊາດ ເຊິ່ງຜ່ານການຕິດຕາມກວດກາຂອງວຽກງານ ຕາມມະຕິຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງລັດຖະບານ ແລະ ມະຕິຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ປະຈຳປີ 2022 ແລະ ທິດທາງປີ 2023, 9 ຄາດໝາຍແກ້ໄຂຄວາມທຸກຍາກ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນໃຫ້ການຕິດຕາມກວດກາ ແລະ ຊູກຍູ້ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດບັນລຸຕາມຄາດໝາຍ, ສະແດງໃຫ້ເຫັນຜົນງານຕົວຈິງຫລາຍຂຶ້ນ.

ໂດຍ ວັນນີ ແຝງບົວວັນ