ອີງຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 105/ຄລສພ ແລະ ສະບັບເລກທີ 106/ຄລສພ, ລົງວັນທີ 26 ພຶດສະພາ 2026 ວ່າດ້ວຍການອະນຸ ມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ໂດຍອີງຕາມກົດໝາຍ ວ່າດ້ວຍພະ ນັກງານ-ລັດຖະກອນ ( ສະບັບປັບປຸງ ) ເລກທີ 79/ສພຊ, ລົງວັນທີ 20 ມີນາ 2025, ມາດຕາ 71 ການຮັບອຸດໜູນບໍານານ.

ໃນມະຕິ ໄດ້ຕົກລົງໃຫ້ ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ, ລວມອາຍຸກະສຽນ 62 ປີ, ລວມອາຍຸການ 41 ປີ ແລະ ສະຫາຍ ແພງສີ ສີລາວີ ກຳມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ລວມອາຍຸກະສຽນ 62 ປີ, ລວມອາຍຸການ 41 ປີ ອອກພັກການ-ຮັບອຸດໜູນບໍານານ ແລະ ມອບໃຫ້ຄະນະປະຈໍາພັກແຂວງເຊກອງ ຈັດຕັ້ງປະຕິບັດນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ທັງ 2 ສະຫາຍ ຕາມລະ ບຽບການ; ປະຕິບັດຕາມຂໍ້ຕົກລົງ ຂອງຄະນະກຳມະການປົກຄອງແຂວງ ສະບັບເລກທີ 143 ແລະ 144/ຄປຂ, ລົງວັນທີ 19 ມິຖຸນາ 2026 ວ່າດ້ວຍອະນຸມັດໃຫ້ ທັງ 2 ສະຫາຍ ອອກພັກການ-ຮັບອຸດໜູນບໍານານ ນັບແຕ່ງວດ III ( 7,8,9 ) 2026 ເປັນຕົ້ນໄປ; ສ່ວນນະໂຍບາຍອຸດໜູນຕໍາແໜ່ງ, ອຸດໜູນກ່ອນຮັບບໍານານ ແລະ ອຸດໜູນບໍານານ ແມ່ນຄິດໄລ່ຕາມລະບຽບການວາງໄວ້.

ໃນວາລະນີ້ ຍັງໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ໄປຮັບໜ້າທີ່ໃໝ່ ຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ເລກທີ 537 ແລະ 538/ຄປພຂ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍຍົກຍ້າຍ ສະຫາຍ ແສງລາຕີ ຫຼອມຍະເດດ ກຳມະ ການພັກແຂວງ ໄປຮັບໜ້າທີ່ໃໝ່ ຢູ່ສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງ ສະຫາຍ ໃຈເພັດ ພັນທະວົງ ກຳມະການພັກແຂວງ ເປັນຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ບົ່ງຕົວແຕ່ງຕັ້ງເປັນ ເລຂາໜ່ວຍພັກຮາກຖານ.

ພິທີປະກາດພະນັກງານການນໍາແຂວງເຊກອງ ອອກພັກການ-ຮັບອຸດໜູນບໍານານ ຈັດຂຶ້ນໃນຕອນແລງ 22 ກໍລະກົດ 2026 ໂດຍສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງ ແລະ ມີການນໍາບັນດາພະແນກການ, ເມືອງ ເຂົ້າຮ່ວມ ຢູ່ສະໂມສອນແຂວງ.
———-
ຂ່າວ: ແພງຕາ

