ປະກາດກົງຈັກ ແລະ ແຕ່ງຕັ້ງບຸກຄະລາກອນ ປະຈໍາ 2 ເຂດເລືອກຕັ້ງພາກໃຕ້

ກ.ຍ. 7, 2026

‎ (ສພຊ) – ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໃນວັນທີ 31 ສິງຫາ – 1 ກັນຍາ 2026 ທີ່ 2 ແຂວງດັ່ງກ່າວ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 2 ແຂວງ.
‎ ໃນພິທີ, ໄດ້ຮັບຟັງລາຍງານໂດຍຫຍໍ້ສະພາບລວມ ແລະ ການຈັດຕັ້ງປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2026. ທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 193/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ; ສະບັບເລກທີ 195/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ທ່ານ ຕຸລາວັນ ວົງໄຊ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ. ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ບັນດາທ່ານທີ່ໄດ້ຮັບແຕ່ງຕັ້ງ.
‎ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕີລາຄາສູງຕໍ່ຄວາມບາກບັ່ນບຸກບືນ, ຄວາມພະຍາຍາມສູ້ຊົນຂອງຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງທຸກຂັ້ນ ໃນການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ພ້ອມທັງເນັ້ນໜັກໃຫ້ມີການວາງແຜນການເຄື່ອນໄຫວເປັນແຕ່ລະໄລຍະ; ມີການສະຫຼຸບຕີລາຄາລາຍງານຂັ້ນເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ກໍຄືຄະນະພັກແຂວງ ວາງອອກ ທັງປະສານສົມທົບກັບ ຄປຈສພຂ ກໍຄືອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍ 5 ແຜນງານ, 25 ໂຄງການ ທີ່ ສພຊ ວາງອອກ ໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງ ໃນເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ; ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ.
‎ ຈາກນັ້ນ, ທ່ານປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທັງສອງແຂວງ ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານສະພາແຫ່ງຊາດ ແລະ ຈະນໍາເອົາທິດຊີ້ນໍາອັນລໍ້າຄ່າດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ພ້ອມທັງຈະອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ.
‎ ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານ ຄປຈສພຊ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເຄື່ອງໃຊ້ປະຈຳວັນ, ເຄື່ອງສຸຂະອະນາໄມ, ເຄື່ອງໃຊ້ຄົວເຮືອນ ລວມທັງໝົດ 300
ແກັດ ມູນຄ່າທັງໝົດ 94.5 ລ້ານກີບ ແລະ ເງິນສົດ 200 ລ້ານກີບ ມອບໃຫ້ສະພາປະຊາຊົນສອງແຂວງດັ່ງກ່າວ.