ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ສ.ຫ. 6, 2026

(ສພຊ) – ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນວັນທີ 3-5 ສິງຫາ 2026 ທີ່ 3 ແຂວງດັ່ງກ່າວຕາມລຳດັບ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະ ຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 3 ແຂວງ.
ໃນພິທີ, ໄດ້ຮັບຟັງລາຍງານໂດຍຫຍໍ້ສະພາບລວມ ແລະ ການຈັດຕັ້ງປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2026. ທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 182/ຄປຈ, ລົງວັນທີ 08/7/26 ວ່າດ້ວຍການແຕ່ງຕັ້ງທ່ານ ພົຕ. ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ແລະ ທ່ານ ສົມຈິດ ຫັບລະກອນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ; ສະບັບເລກທີ 184/ຄປຈ, ລົງວັນທີ 08/7/26 ວ່າດ້ວຍການແຕ່ງຕັ້ງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ; ສະບັບເລກທີ 183/ຄປຈ, ລົງວັນທີ 08/7/26 ວ່າດ້ວຍການແຕ່ງຕັ້ງທ່ານ ພົທ. ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ແລະ ທ່ານ ກົງເພັດ ແກ້ວບົວພາ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ. ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບມະຕິແຕ່ງຕັ້ງໃຫ້ແກ່ບັນດາທ່ານປະທານ ແລະ ຮອງປະທານຄະນະ ສສຊ ປະຈໍາ 3 ເຂດເລືອກຕັ້ງດັ່ງກ່າວ.
ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕີລາຄາສູງຕໍ່ຄວາມບາກບັ່ນບຸກບືນ, ຄວາມພະຍາຍາມສູ້ຊົນ ຂອງຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງທຸກຂັ້ນ ໃນການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ພ້ອມທັງເນັ້ນໜັກໃຫ້ຄະນະ ສສຊ ຕ້ອງໄດ້ມີການວາງແຜນການເຄື່ອນໄຫວເປັນແຕ່ລະໄລຍະ; ມີການສະຫຼຸບຕີລາຄາລາຍງານຂັ້ນເທິງ ໂດຍອີງ ໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ກໍຄືຄະນະພັກແຂວງ ວາງອອກ ທັງປະສານສົມທົບກັບ ຄປຈສພຂ ກໍຄືອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍ 5 ແຜນງານ, 25 ໂຄງການ ທີ່ ສພຊ ວາງອອກ ໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງ ໃນເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ; ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ.

(ນາງ ອາລິນ ສຸພິມມະປະດິດ)