ປະກາດກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ

ກ.ພ. 5, 2022

(ສພຊ) ວັນທີ 4 ກຸມພາ 2022 ທີ່ສະພາແຫ່ງຊາດ ໄດ້ມີພິທີປະກາດການກົງຈັກການຈັດຕັ້ງພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ໃນພິທີ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກໍາມະການສູນກາງພັກ, ກໍາມະການຄະນະພັກສະພາແຫ່ງຊາດ ໄດ້ຜ່ານບັນດາເອກະສານທີ່ສຳຄັນຄື: ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 31/ຄລສພ, ລົງວັນທີ 26 ມັງກອນ 2022 ແລະ ມະຕິສະບັບເລກທີ 26/ຄລສພ, ລົງວັນທີ 25 ມັງກອນ 2022; ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 12/ຄຈສພ ເລື່ອງການແຕ່ງຕັ້ງພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່; ແຈ້ງການເລກທີ 16/ຄລສພ, ລົງວັນທີ 28 ມັງກອນ 2022ກ່ຽວກັບການປະກາດແຕ່ງຕັ້ງພະນັກງານຂັ້ນສູງ; ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 13/ຄປຈ.ກວສຊ, ລົງວັນທີ 4 ກຸມພາ 2022 ວ່າດ້ວຍການຮັບຮອງການແຕ່ງຕັ້ງບຸກຄະລາກອນດຳລົງຕໍາແໜ່ງຢູ່ສະພາແຫ່ງຊາດ ເຊິ່ງມະຕິໄດ້ຮັບຮອງເອົາການແຕ່ງຕັ້ງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ເປັນຮອງປະທານກຳມະການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ.

ໃນໂອກາດດຽວກັນນີ້, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່່າ: ການປະກາດ​ກາ​ນຈັດ​ຕັ້ງພາຍໃນສະພາແຫ່ງຊາດຄັ້ງນີ້ ແມ່ນມີຄວາມຫມາຍ ຄວາມສຳຄັນຫລາຍ ​ເຊິ່ງສະພາ​​ແຫ່ງ​ຊາດ​ມີ​ຄວາມ​ຍິນ​ດີ​ຕ້ອນຮັບ ສະ​ຫາຍ ບຸນ​ຕາ ​ເທບ​ພະ​ວົງ ກໍາມະການ​ສໍາຮອງ​ສູນ​ກາງ​ພັກ ທີ່​ໄດ້ຍົກຍ້າຍສັບປ່ຽນໜ້າທີ່ມາຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ ເຊິ່ງຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ; ພ້ອມນັ້ນ, ເຊື່ອ​ໝັ້ນ​ວ່າສະຫາຍຈະ​ຮ່ວມ​ກັບ​ໝູ່​ຄະນະ​ໃນ​ສະພາ​ແຫ່ງ​ຊາດສືບ​ຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນຄະນະໜ່ວຍພັກຮາກຖານ, ຄະນະນໍາຂອງກໍາມາທິການ​ແຜນການ, ການ​ເງິນ ​ແລະ ການກວດ​ສອບ ໃນ​ການຊີ້ນໍາ–ນໍາພາ ກໍາມາ​ທິການ​ໃຫ້ປະຕິບັດ​ພາລະ​ບົດບາດ, ສິດ ແລະ ໜ້າ​ທີ່​ຂອງ​ຕົນ​ ຢ່າງ​ມີ​ປະສິດທິ​ຜົນ.

(ພາບ ແລະຂ່າວ: ສົມນຶກ ແກ້ວໄຊຍະຈັກ)