ປະກາດການຈັດຕັ້ງ ພາຍໃນຫ້ອງວ່າການສະພາປະຊາຊົນແຂວງ.

ສ.ຫ. 4, 2026

ພິທິ ປະກາດການຈັດຕັ້ງ ພາຍໃນຫ້ອງວ່າການສະພາປະຊາຊົນແຂວງ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນພຸດທີ 15 ກໍລະກົດ 2026 ນີ້, ຢູທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ທອງຄານ ວັດສະດາກອນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີທ່ານ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ; ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະຈັດຕັ້ງພິທີ, ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ຂອງຄະນະຫ້ອງວ່າການສະພາປະຊາຊົນແຂວງຄື: 1. ທ່ານ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຮັບຜິດຊອບຊີ້ນໍາລວມ, ລົງເລິກຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານຈັດຕັ້ງ-ກວດກາ; 2. ທ່ານ ວົງສີ ບຸນທີໃຈ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຮັບຜິດຊອບຊີ້ນໍາວຽກງານບໍລິຫານ-ການເງິນ ແລະ ພິທີການ; 3. ທ່ານ ສົມພອນ ນາວຮືວ່າງ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຮັບຜິດຊອບຊື້ນໍາວຽກງານ ຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ; ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງ; ການສັບຊ້ອນໜ້າທີ່ ແລະ ບ່ອນປະຈໍາການ ຂອງພະນັກງານ-ລັດຖະກອນ ພາຍໃນ ສະພາປະຊາຊົນແຂວງ.
ຫລັງຈາກນັ້ນ, ໄດ້ຈັດພິທີມອບມະຕິຕົກລົງໃຫ້ຜູ້ທີ່ຖືກແຕ່ງຕັ້ງຢ່າງເປັນທາງການ; ປະທານພິທີ່ໄດ້ໃຫ້ກຽດໂອ້ລົມ ແລະ ຜູ້ຖືກແຕ່ງຕັ້ງ ໄດ້ຕາງໜ້າຂຶ້ນຮັບຄໍາໂອ້ລົມດັ່ງກ່າວ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.