ບົດສະດຸດີ‎ເຖິງສະຫາຍ ໄຊສົມພອນ ພົມວິຫານ ‎ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ‎

ສ.ຫ. 12, 2026

ບົດສະດຸດີ‎ເຖິງສະຫາຍ ໄຊສົມພອນ ພົມວິຫານ ‎ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ‎
ກ່າວໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ປະທານຄະນະຮັບຜິດຊອບ‎ງານຊາປະນະກິດສົບລະດັບຊາດ
‎(ເວລາ 13:00 ໂມງ, ວັນ​ທີ 12/8/2026, ‎ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ)
‎ – ຂໍ​ນ້ອມ​ນະມັດສະການ​ພະ​​ເຖລາ ນຸ​ເຖລະ;
‎ – ຮຽນບັນດາທ່ານ, ບັນດາສະຫາຍການນຳ, ອະດີດການນຳ ​ພັກ-ລັດ ທີ່​​ນັບຖື​;
‎ – ບັນດາທ່ານ, ບັນດາສະຫາຍແຂກຕ່າງປະເທດ ທີ່ນັບຖື;
‎- ເພື່ອນ​ມິດສະຫາຍທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່​ຮັກ​ແພງ​ທັງ​ຫຼາຍ.
‎ ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມື້ນີ້, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປລາວ, ສູນກາງແນວລາວສ້າງຊາດ, ຄອບຄົວພົມວິຫານ ຮ່ວມກັບບັນດາອົງການຈັດຕັ້ງໃນລະບົບການເມືອງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຊາປະນະກິດສົບລະດັບຊາດຂຶ້ນ ເພື່ອອໍາລາສະຫາຍ ໄຊສົມພອນ ພົມວິຫານ ເປັນຄັ້ງສຸດທ້າຍ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ເຂດທີ່ໝັ້ນປະຕິວັດ ທີ່ບ້ານນາແມວ, ເມືອງຊໍາເໜືອ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍໄດ້ສ້າງຄອບຄົວກັບນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຍິງ 1.
ສະຫາຍໄດ້ກໍາເນີດ ແລະ ເຕີບໃຫຍໃນໄລຍະທີ່ປະເທດຊາດຢູ່ໃນສະພາວະສົງຄາມ ແລະ ໄດ້ດໍາລົງຊີວິດຕິດພັນກັບສະພາບແວດລ້ອມຂອງຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ຢູ່ໃນຄວາມໂອບເອື້ອອາລີຂອງຄອບຄົວ ແລະ ຖັນແຖວພະນັກງານ-ນັກຮົບປະຕິວັດ. ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຮູ້ເຂົ້າໃຈສະພາບການບ້ານເມືອງໄດ້ເປັນຢ່າງດີ, ມີຄວາມຕື່ນຕົວ ແລະ ຕັດສິນໃຈເດີນຕາມເສັ້ນທາງປະຕິວັດແຕ່ຍາມເຍົາໄວ.
· ເລີ່ມຕົ້ນຈາກປີ 1962 ອາຍຸໄດ້ 6 ປີ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອອກຈາກຄອບຄົວໄປຮຽນຊັ້ນປະຖົມ ແລະ ມັດທະຍົມ ຢູ່ ສສ.ຫວຽດນາມ ແລະ ສປຈີນ ແລະ ກັບຄືນມາຮັບໃຊ້ວຽກງານໃນຖັນແຖວກໍາລັງປະກອບອາວຸດ ຢູ່ເມືອງວຽງໄຊ, ແຂວງຫົວພັນ ຈົນຮອດປີ 1976.
· ‎ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ສະຫາຍໄດ້ຖືກຄັດເລືອກຈາກການຈັດຕັ້ງ ໃຫ້ໄປຮຽນລະດັບປະລິນຍາຕີ ແລະ ປະລິນຍາໂທ ຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ (ໂລໂມໂນຊົບ) ສະຫະພາບໂຊວຽດ ແລະ ຕໍ່ມາໄດ້ຖືກແຕ່ງຕັ້ງໃຫ້ໄປຮຽນຕໍ່ທີ່ສະຖາບັນບັນດິດວິທະຍາສາດສັງຄົມມົດສະກູ ສະຫະພາບໂຊວຽດ ຈົນສາມາດຄົ້ນຄວ້າ ແລະ ປ້ອງກັນຈົບປະລິນຍາເອກດ້ານເສດຖະສາດການເມືອງ ກັບມາປະເທດ.
· ‎ສະຫາຍ ໄຊສົມພອນ ພົມວິຫານ ແມ່ນນັກຮຽນຮູ້ປັນຍາຊົນປະຕິວັດທີ່ດີເດັ່ນຜູ້ໜຶ່ງຂອງພັກ-ລັດພວກເຮົາ ທີ່ໄດ້ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຂຶ້ນຢ່າງເປັນລະບົບໃນຂະບວນການວຽກງານຕົວຈິງ, ເລີ່ມຈາກເປັນພະນັກງານວິຊາການ, ເປັນອາຈານສອນ ໄດ້ກ້າວຂຶ້ນມາເປັນພະນັກງານນຳພາຫຼັກແຫຼ່ງທີ່ສູງຂຶ້ນຕາມແຕ່ລະຂັ້ນ ຂຶ້ນມາຈົນເປັນການນໍາຍຸດທະສາດຂອງພັກ ແລະ ລັດເຮົາ.
· ‎ປີ 1989-1991 ສະຫາຍໄດ້ດໍາລົງຕໍາແໜ່ງເປັນຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
· ‎ປີ 1991 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກ, ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ; ດໍາລົງຕໍາແໜ່ງເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ.
· ‎ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນນະເຂດ.
· ‎ປີ 1995-1997 ເປັນກໍາມະການສູນກາງພັກ ສະໄໝທີ VI, ເປັນລັດຖະມົນຕີກະຊວງການເງິນ.
· ‎ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
· ‎ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປລາວ.
· ‎ປີ 2006-2010 ເປັນກໍາມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ ທັງຄວບຕຳແໜ່ງປະທານກຳມາທິການການຕ່າງປະເທດ.
· ‎ປີ 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
· ‎ກອງປະຊຸມໃຫຍ່ຄັ້ງທີ X ໃນປີ 2016, ຄັ້ງທີ XI ໃນປີ 2021 ແລະ ຄັ້ງທີ XII ໃນປີ 2026 ສະຫາຍ ໄຊສົມພອນ ພົມວິຫານ ສືບຕໍ່ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ ແລະ ເປັນກໍາມະການກົມການເມືອງສູນກາງພັກ.
· ‎ເດືອນ 6/2016-2020 ເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X.
· ‎ເດືອນ 3/2021 ເປັນປະທານສະພາແຫ່ງຊາດ ຊຸດທີ IX.
· ‎ເດືອນ 3/2026 ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ອີກເປັນສະໄໝທີ 2 ຈົນເຖິງວັນສິ້ນລົມຫາຍໃຈສຸດທ້າຍ.
‎‎ ບັນດາທ່ານ, ບັນດາສະຫາຍ;
‎ ແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ເພື່ອນມິດ, ຍາດພີ່ນ້ອງທີ່ຮັກແພງທັງຫຼາຍ.
‎ ຕະຫຼອດໄລຍະ 5 ທົດສະວັດກວ່າ ທີ່ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງພັກ-ລັດ ແລະ ໄດ້ຮັບການຢັ້ງຢືນວ່າ ສະຫາຍແມ່ນນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ມີຄວາມຮູ້ຄວາມສາມາດທີ່ເລິກເຊິ່ງຫຼາຍດ້ານ, ມີວິໄສທັດກວ້າງໄກ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີມະໂນທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມຈົງຮັກພັກດີ-ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມ-ຮອບຄອບ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ; ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ; ສະຫາຍໄດ້ຜ່ານການຝຶກຝົນ, ທົດສອບໃນຫຼາຍຂົງເຂດວຽກງານ ເຊິ່ງໃນແຕ່ລະວຽກທີ່ຖືກມອບໝາຍ ລ້ວນແຕ່ໄດ້ຮັບຜົນສໍາເລັດ ແລະ ມີຜົນງານຢ່າງເປັນຮູບປະທໍາ.
ຕະຫຼອດຊີວິດແຫ່ງການປະຕິວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດ ສະຫາຍກໍດໍາລົງຊີວິດແບບລຽບງ່າຍ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນຈາກເພື່ອນສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຈາກເພື່ອນມິດສາກົນ.‎
ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນ ໃຫ້ດໍາລົງຕໍາແໜ່ງຍຸດທະສາດສໍາຄັນຕ່າງໆ ເປັນຕົ້ນ: ເປັນກໍາມະການສູນກາງພັກ 8 ສະໄໝ (ສະໄໝທີ V, VI, VII, VIII, IX, X, XI ແລະ XII); ເປັນກໍາມະການກົມການເມືອງສູນກາງພັກ 3 ສະໄໝ (ສະໄໝທີ X, XI ແລະ XII); ເປັນປະທານສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X; ເປັນປະທານສູນກາງແນວລາວສ້າງຊາດ 1 ສະໄໝ; ເປັນສະມາຊິກສະພາແຫ່ງຊາດ 7 ຊຸດ (ຊຸດທີ IV, V, VI, VII, VIII, IX ແລະ X).
ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ທຸ່ມເທສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍນັ້ນ, ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ ແລະ ລັດຂອງພວກເຮົາ ແລະ ຈາກເພື່ອນມິດສາກົນ ເປັນຈຳນວນຫຼວງຫຼາຍ ເຊັ່ນ:
‎ + ໄດ້ຮັບຫຼຽນໄຊປະເພດຕ່າງໆ ຈໍານວນ 17 ຫຼຽນ ຄື:
‎ 1. ຫຼຽນໄຊອິດສະຫຼະຊັ້ນ I 2 ຫຼຽນ;
‎ 2. ຫຼຽນໄຊອິດສະຫຼະຊັ້ນ II 2 ຫຼຽນ;
‎ 3. ຫຼຽນໄຊແຮງງານຊັ້ນ I 3 ຫຼຽນ;
‎ 4. ຫຼຽນໄຊແຮງງານຊັ້ນ II 5 ຫຼຽນ;
‎ 5. ຫຼຽນໄຊແຮງງານຊັ້ນ III 5 ຫຼຽນ.
‎ ນອກຈາກນັ້ນ, ຍັງໄດ້ຮັບຫຼຽນໄຊດາວຄຳ ແລະ ຫຼຽນໄຊ ໂຮ່ ຈິ ມິນ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ພ້ອມກັນນັ້ນ, ຍັງໄດ້ຮັບຫຼຽນກຽດຕິຍົດລະດັບສູງ, ຫຼຽນກາ, ຫຼຽນກາລະນຶກ ຈາກທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 22 ຫຼຽນ.
ບັນດາທ່ານ, ເພື່ອນ​ມິດສະຫາຍ ທີ່ຮັກແພງທັງຫຼາຍ.‎
‎ ນັບແຕ່ເວລາທີ່ສະຫາຍ ໄຊສົມພອນ ພົມວິຫານ ເລີ່ມມີອາການເຈັບເປັນ, ການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕ່າງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດຄວາມສາມາດ, ແຕ່ຍ້ອນພະຍາດຮ້າຍແຮງ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້. ສະຫາຍໄດ້ສິ້ນລົມຫາຍໃຈ ແລະ ຈາກພວກເຮົາໄປຢ່າງສະຫງົບ ໃນເວລາ 11 ໂມງ 18 ນາທີ ຂອງວັນທີ 8 ສິງຫາ 2026.‎
‎ການຈາກ​ໄປຂອງສະຫາຍ ໄຊສົມພອນ ພົມວິຫານ ​ເປັນ​ການ​ສູນ​ເສຍ​ທີ່ໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ກໍຄືປະເທດເຮົາ ສູນເສຍພະນັກງານການນຳຂັ້ນສູງ, ການ​ນຳ​ຍຸດ​ທະ​ສາດທີ່ສໍາຄັນ ໄປອີກສະຫາຍໜຶ່ງ ​ເຊິ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງ ໃຫ້ແກ່ພັກ​-ລັດ ​ແລະ ຄອບຄົວ, ຍາດພີ່ນ້ອງ, ​ເພື່ອນ​ມິດ ຜູ້ຢູ່ໃກ້ ແລະ ໄກ ຢ່າງຫາອັນປຽບບໍ່ໄດ້.‎
ໃນ​ເວລານາທີ​ແຫ່ງ​ຄວາມ​​ໂສກ​ເສົ້າ​ເສຍດາຍນີ້, ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ: ຈະສືບ​ຕໍ່ຢຶດໝັ້ນອຸດົມການ, ທາດແທ້​ປະຕິວັດຂອງພັກເຮົາຢ່າງເດັດດ່ຽວໜຽວແໜ້ນ, ​​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ ກໍ​ຄື​​ຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນລາວທັງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ, ສືບ​ຕໍ່ນໍາພາພາລະກິດ​ປົກປັກຮັກສາ ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ, ​ເຮັດ​ໃຫ້ວັດຖຸປະສົງສູງສຸດ​ຂອງ​ພັກ ​ແລະ ຄວາມ​ມຸ່ງ​ຫວັງຂອງ​ປະຊາຊົນລາວບັນດາເຜົ່າ ​ກໍ​ຄືຂອງສະຫາຍ ໄຊສົມພອນ ພົມວິຫານ ​ໃຫ້​ປາກົດ​ຜົນ​ເປັນ​ຈິງ. ພ້ອມ​ນັ້ນ, ​ກໍ​ຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ສືບຕໍ່ໄປ.‎
ສະຫາຍ ໄຊສົມພອນ ພົມວິຫານ ທີ່ອາໄລຮັກ,‎
‎ສະຫາຍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາແລ້ວ,​ ແຕ່ພັກ-ລັດ, ພະນັກງານ, ສະມາຊິກພັກ ແລະ ປວງຊົນລາວທັງຊາດ ຈະຂໍຈົດຈໍາ​ຜົນງານ, ​ຄຸນງາມ​ຄວາມ​ດີຂອງ​ສະຫາຍ ທີ່​ໄດ້​ອຸທິດໃຫ້ແກ່​ພາລະກິດ​ປະຕິວັດຕະຫຼອດ​ໄລຍະ​ 50 ກວ່າ​ປີທີ່​ຜ່ານ​ມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລືມ.‎
ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ໄດ້ຕິດພັນກັບໄລຍະປະຫວັດສາດຂອງຊາດລາວ ແລະ ພາລະກິດປະຕິວັດຂອງພັກເຮົາ ແລະ ຈະຝັງແໜ້ນຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.‎
‎ ພວກ​ເຮົາຂໍ​ອຳ​ລາ​ສະຫາຍເປັນ​ຄັ້ງ​ສຸດ​ທ້າຍ, ‎ຂໍ​​ໃຫ້​ດວງ​ວິນ​ຍານຂອງ​ສະຫາຍຈົ່ງ​ໄປ​ສູ່ສຸຄະ​ຕິເຖີ້ນ!‎
‎ ຂໍ​ເຊີນ​ບັນດາ​ທ່ານ, ບັນດາສະຫາຍ ​ລຸກ​ຂຶ້ນ ​ກົ້ມ​ຫົວ​ໄວ້​ອາ​ໄລເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ 1 ນາທີ ​(ຂໍເຊີນ)
‎ (ຂໍຂອບໃຈ)