loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ບົດຖະແຫຼງຂ່າວ ເປີດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນ ໃນວັນທີ 5 ມິຖຸນາ ນີ້

ພ.ພ. 30, 2018 | ຂ່າວກອງປະຊຸມ

ບັນດາທ່ານທີ່ນັບຖື ແລະຮັກແພງ!

ປະຕິບັດຕາມມາດຕາ 57 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະມາດຕາ 59 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກ່ຽວກັບກອງປະຊຸມສະໄໝສາມັນປະຈໍາປີ ຄັ້ງທີໜຶ່ງຂອງສະພາແຫ່ງຊາດ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ຕົກລົງ ແລະຮຽກໂຮມ  ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ; ປະຕິບັດຕາມມະຕິຂອງຄະນະປະຈໍາສະ ພາແຫ່ງຊາດ ສະບັບເລກທີ 090/ຄປຈ, ລົງວັນ​ທີ 22 ພຶດສະພາ 2018 ວ່າດ້ວຍການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII. ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບ ລັດຖະບານ, ກະຊວງ, ອົງການ, ສູນກາງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການກະ ກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນນີ້ເຫັນວ່າ ຄົບຖ້ວນ ແລະສອດຄ່ອງກັບລະບຽບການ.

ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ  ມີຄວາມຍິນດີ ແລະຖືເປັນກຽດແຈ້ງມາ​ຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະ   ໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້:

– ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ,​ ວັນທີ 5 ມິຖຸນາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6),​ ນະຄອນຫລວງວຽງຈັນ ແລະຈະດໍາເນີນໄປເຖິງວັນພະຫັດ, ວັນທີ 28 ມິຖຸນາ 2018 ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 18 ວັນ (ບໍ່ລວມວັນພັກລັດຖະການ).

– ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້:

1. ວຽກງານຂອງລັດຖະບານ:

1.1 ຮັບຟັງບົດລາຍງານຂອງ​ທ່ານ ​ນາຍົກລັດຖະມົນ​ຕີ ກ່ຽວກັບສະພາບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ປະ​ຈໍາ 6 ເດືອນຕົ້ນ​ປິີ 2018​ ແລະ​ທິດ​ທາງ​ວຽກ​ງານ​ຈຸດ​ສຸມ ປະ​ຈໍາ 6 ​ເດືອນ​ທ້າຍ​ປີ 2018, ມາດ​ຕະການ​ຊຸກຍູ້​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​, ການ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ-​ຂະໜາດ​ກາງ, ການ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ ແລະ​ຕ່າງປະ​ເທດ, ການ​ແກ້​ໄຂ​ບັນຫາ​ໜີ້ສິນ, ການຈັດ​ຕັ້ງ​ປະຕິບັດ​ມະຕິ ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII; ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ​ມາດ​ຕະການ​ແກ້​ໄຂ ເພື່ອຮັບປະກັນ​ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດ ປະ​ຈໍາປີ 2018 ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້;

1.2 ຮັບຟັງ​ກັບການຈັດຕັ້ງປະຕິບັດມະຕິ​ ຂອງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະຈິກ 2016 ວ່າ​ດ້ວຍ​ການ​ອອກ​ນິຕິ​ກໍາ​ລຸ່ມ​ກົດໝາຍ;

1.3 ຮັບຟັງ​ກັບການປະຕິບັດມະຕິ ຂອງ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ສະບັບ​ເລກທີ 018/ສພຊ, ລົງ​ວັນ​ທີ 28 ພະຈິກ 2016 ວ່າ​ດ້ວຍ​ຜົນ​ກະທົບ​ຈາກ​ການ​ນໍາ​ໃຊ້​ເຄມີ​ອັນຕະລາຍ​ເກີນ​ຄ່າ​ມາດຕະຖານ ຕໍ່​ສິ່ງ​ແວ​ດລ້ອມ, ສັງຄົມ ​ແລະ​ທໍາ​ມະ​ຊາດ;

1.4 ພິຈາລະນາ  ແລະຮັບຮອງບົດລາຍງານຂອງລັດຖະບານ   ກ່ຽວກັບແຜນແມ່ບົດຈັດສັນທີ່ດິນ

ແຫ່ງຊາດ.

+ ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງ ສັງລວມ ຕໍ່ບັນຫາພົ້ນເດັ່ນຂອງລັດຖະບານ​ຕໍ່ຄໍາຊັກຖາມ ຂອງຄະນະປະ​ຈໍາ​ສະພາ​ແຫ່ງ​ຊາດ​ ​ແລະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຄື:

– ຮັບຟັງການຊີ້​ແຈງສັງລວມຕໍ່ບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດຍົກຂຶ້ນ ຊຶ່ງຕິດພັນກັບການຄຸ້ມຄອງບໍລິຫານລັດ ຂອງລັດຖະບານ;

– ຮັບຟັງບົດລາຍງານກ່ຽວກັບການປະຕິ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະຕິ ບັດນະໂຍບາຍຊົດເຊີຍ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການລົງທຶນຂອງລັດ ເປັນຕົ້ນ ການຊົດເຊີຍຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟ, ການກໍ່ສ້າງທາງດ່ວນ;

– ຮັບຟັງການຊີ້ແຈງກ່ຽວກັບໂຄງປະກອບລາຄານໍ້າມັນຢູ່ປະເທດເຮົາ, ສາເຫດການເພີ່ມຂຶ້ນຂອງລາຄານໍ້າມັນ ທີ່ສົ່ງຜົນກະທົບຕໍ່ການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ. ລັດຖະບານ ຈະມີມາດຕະການ ແລະວິທີແກ້ໄຂແນວໃດ;

– ຮັບຟັງການຊີ້ແຈງກ່ຽວກັບມາດຕະການ ແລະວິທີການແກ້ໄຂ ຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ແລະບັນຫາອຸບັດຕິເຫດ;

– ຮັບຟັງການຊີ້ແຈງກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ.

2. ວຽກງານຂອງສະພາແຫ່ງຊາດ:

– ຮັບຟັງບົດລາຍງານ ກ່ຽວ​ກັບ​ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະປະຈໍາສະພາແຫ່ງຊາດ.

3. ວຽກງານຂອງສານປະຊາຊົນສູງສຸດ

– ພິຈາລະນາ ແລະຮັບຮອງບົດລາຍງານ ຂອງປະທານສານປະຊາຊົນສູງສຸດ ກ່ຽວກັບການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ.

  1. ພິຈາລະນາ ຮັບຮອງເອົາ ຮ່າງກົດໝາຍສ້າງໃໝ່  ແລະຮ່າງກົດໝາຍປັບປຸງ  ລວມທັງໝົດ 13 ສະບັບ ໃນນີ້:

ກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ ຄື:

– ກົດໝາຍວ່າດ້ວຍການໃຫ້ວັກຊີນກັນພະຍາດ;

– ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະອາຊີບ;

– ກົດໝາຍວ່າດ້ວຍປ້າຍ;

– ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ;

– ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ.

+ ກົດໝາຍປັບປຸງ ຈໍານວນ 8 ສະບັບ​ ຄື:

– ກົດໝາຍວ່າດ້ວຍການ​ແກ້​ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

– ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;

– ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ;

– ກົດໝາຍວ່າດ້ວຍປະກັນສັງຄົມ;

– ກົດໝາຍວ່າດ້ວຍທະບຽນຄອບຄົວ;

– ກົດໝາຍວ່າດ້ວຍການບິນພົນລະເຮືອນ;

– ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ;

– ກົດໝາຍວ່າດ້ວຍແນວລາວສ້າງຊາດ.

5. ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຮອງເອົາມະຕິ 4 ສະບັບ ດັ່ງນີ້:

1. ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ;

2. ມະຕິ ຂອງກອງປະຊຸມສະພາແຫ່ງຊາດ  ວ່າດ້ວຍການຮັບຮອງເອົາການຊີ້ແຈງສະພາບພົ້ນເດັ່ນ

ຂອງທ່ານນາຍົກລັດຖະມົນຕີ ແລະຂອງບັນດາທ່ານ ລັດຖະມົນຕີ ຕໍ່ບັນຫາໂຄງປະກອບລາຄານໍ້າມັນຢູ່ປະເທດເຮົາ; ມາດຕະການ ແລະວິທີການແກ້ໄຂ ຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ; ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ;

3. ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ;

4. ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົດໝາຍ ຈໍານວນ 13 ສະ ບັບ.

  • ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂ້າພະ ເຈົ້າຂໍເຊີນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະ ພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸມນີ້:
  • ໂທລະສັບບໍ່ເສຍຄ່າ ໝາຍເລກ: 156
  • ໂທລະສານ       ໝາຍເລກ: 021 413528
  • ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662
  • ສົ່ງອີເມວ: [email protected]