loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ນັກຂຽນກັບລາງວັນ

ກ.ຍ. 29, 2022 | ສ້າງສັນສັງຄົມ

ດັ້ນກີບເມກ
ນັກຂຽນມີຫຼາຍປະເພດເຊັ່ນ: ນັກຂຽນໃນແບບນັກປະພັນຂີດຂຽນກ່ອມເກົາເຊີດຊູຈິດວິນຍານແນວຄິດຈິດໃຈຜູ້ອ່ານໃຫ້ເກີດມີກໍາລັງໃຈ ມີພະລັງຊີວິດຕໍ່ສູ້ກັບອຸປະສັກ, ນັກຂຽນທີ່ເປັນນັກ ວິຊາການໃນຮູບແບບການຂີດຂຽນຄົ້ນຄວ້າໜັງສື-ຕໍາລາ ເພື່ອບັນທຶກຈົດແຕ້ມ-ໃຫ້ແງ່ຄິດທັດສະນະວິເຄາະວິຈານ ເຫັນຈຸດອ່ອນ-ຈຸດແຂງຕໍ່ປະເດັນໃດໜຶ່ງ.
ການຂີດຂຽນເພື່ອໃຫ້ຜົນງານມີຄຸນນະພາບ-ສັງຄົມໄດ້ອ່ານຮູ້-ຊຶມຊັບລົດວັນນະຄະດີຂອງຜູ້ກ່ຽວນັ້ນ ເປັນຄວາມປາຖະໜາຂອງຜູ້ເສບ; ຜູ້ຊື້ຜົນງານມາອ່ານ, ເມື່ອອ່ານແລ້ວໄດ້ເແງ່ຄິດ-ອ່ານແລ້ວນໍາໄປອ້າງອີງໄດ້-ໜ້າເຊື່ອຖືມີເອກະສານຫຼັກຖານຈະແຈ້ງກໍແມ່ນຂຶ້ນກັບຄຸນນະພາບຂອງບົດຂຽນ.
ແຕ່ຖ້າພຽງແຕ່ຢາກມີຊື່ສຽງຟ້າວຟັ່ງຜະລິດຜົນງານ ບາງທີກໍຈະເຮັດໃຫ້ຜົນງານດັ່ງກ່າວ ບໍ່ມີຄຸນນະພາບ ເຖິງຈະມີການໂຄສະນາຂາຍ ຈົນດີອົກດີໃຈວ່າຜົນງານໄດ້ຂາຍໝົດນັ້ນ ຍັງບໍ່ແມ່ນໂຕຕັດສິນວ່າງານຂຽນມັນດີແທ້ ຕ້ອງໄດ້ຖາມກຸ່ມຄົນອ່ານແບບວິຊາການຈຶ່ງຈະຮູ້ແທ້.
ນັກຂຽນກັບລາງວັນນີ້ ຍ່ອມຕ້ອງມີກໍາມະການເປັນຜູ້ຕັດສິນ ເຊິ່ງແນ່ນອນກໍາມະການຕ້ອງຍຸຕິທໍາ-ໂປ່ງໃສ ບໍ່ເຮັດແບບກໍາມະການມວຍ ເພາະຈະມີຫາງສຽງວ່າມວຍກໍາມະການ, ວັນທີ 23 ກັນຍາ 2022 ບ້ານເຮົາມີການປະກາດຜົນການແຂ່ງຂັນ ກວດສອບບົດປະພັນວັນນະຄະດີ ເພື່ອສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ດັ່ງທີ່ເຫັນຕາມການລາຍງານຂອງສື່ມວນຊົນເຮົາ. ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ມີຄໍາເຫັນວ່າ: ຄົນໜຸ່ມໄຟແຮງ ແມ່ນໄດ້ສ້າງຜົນງານການຂີດຂຽນເຂົ້າໃນຂະບວນການສ້າງສາພັດທະນາປະເທດຊາດ ເພີ່ນເນັ້ນວ່າ ໃຫ້ຂີດຂຽນເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ-ສ່ອງແສງມູນເຊື້ອຂອງຊາດ, ສ້າງວັນນະຄະດີໃຫ້ມີຄຸນຄ່າ-ຄຸນນະພາບຖືກກັບຄວາມນິຍົມຂອງມະຫາຊົນ… ນັກຂຽນ, ນັກປະພັນ ຕ້ອງຄົ້ນຄວ້າຂີດຂຽນເລື່ອງຈິງ-ຄົນແທ້ ສ່ອງແສງສັງຄົມ… ສະນັ້ນ, ນັກຂຽນຕ້ອງໄດ້ສູ້ຊົນສ້າງຜົນງານໃຫ້ມີຄຸນນະພາບສູງ.