loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທຸລະກິດສາຍບຸນ

ກ.ພ. 22, 2023 | SlideMobile, ສ້າງສັນສັງຄົມ

ດັ້ນກີບເມກ
ຍຸກເຂົ້າຍາກໝາກແພງ ກ່ອນຈ່າຍເງິນຕ້ອງໄດ້ຄິດຖີ່ຖ້ວນ ຕ້ອງມີສະຕິຄິດກ່ອນຈ່າຍ ໂດຍສະເພາະການໃຊ້ຈ່າຍຊັບທ່ອງທ່ຽວ ທີ່ແອບແຝງໃນການນຳທ່ຽວສາຍບຸນໄຫວ້ພະສູດມົນ, ສະຖານທີ່ສັກກາລະບູຊາທາງສາສະໜາເຊິ່ງມີຫາງສຽງເລົ່າສູ່ຜູ້ຂຽນຟັງວ່າ: ອາດມີບາງຄະນະຈັດທ່ອງທ່ຽວສາຍບຸນ ແອບແຝງປະໂຫຍດເອົາບຸນເອົາສັດທາເປັນໂຕລໍ້ນຳທ່ຽວ ແລ້ວຈະມີວິທີເກັບເງິນເພີ່ມ ຫຼື ໃຫ້ຈ່າຍຄ່າທີ່ພັກເອງ ເຊິ່ງບໍ່ລວມໃນລາຍການທີ່ໄດ້ກຳນົດໄວ້ຕົກທ່ານັ່ງລໍາບາກ ຕ້ອງໄດ້ຄວັກກະເປົາໂຕເອງຈ່າຍ.
ທຸລະກິດສາຍບຸນ-ທ່ອງທ່ຽວໄຫວ້ພະສູດມົນສາຍຕ່າງປະເທດ ບາງຄະນະກໍດີ ແຕ່ອາດມີບາງຄະນະແອບແຝງອາໄສ ບຸນ ແລະ ສັດທາບັງໜ້າ ມີການຊັກຊວນອວນເອີ້ນໝູ່ພວກ-ຄົນຮູ້ຈັກກັນ ເບິ່ງຄ້າຍວ່າກິນເປີເຊັນນຳກັນ ເຊິ່ງບາງຄະນະກໍມີພະສົງນຳທາງ ຄົນໄດ້ພັດແມ່ນໂຍມ, ການໄປທ່ຽວຂອງສາຍບຸນ ເຂົາຈະນຳລາຍການສະເໜີທີ່ໄຫວ້ພະບູຊາ-ສະຖານທີ່ທ່ອງທ່ຽວແບບເດີນທາງເປັນຄະນະ ເຊິ່ງມີບອກໄວ້ເຖິງການໃຊ້ຈ່າຍກິນຢູ່ ແຕ່ບາດເວລາໄປຮອດສະຖານທີ່ໂຕຈິງ ມີຫຼາຍລາຍການ ລູກທີມຕ້ອງໄດ້ຈົກຖົງຈ່າຍເອງ ພາໃຫ້ເກີດສຽງຈົ່ມວິພາກວິຈານວ່າມັນຊິເປັນສາຍບຸນ ຫຼື ສາຍບາບກັນແທ້.
ຜູ້ຂຽນຄິດວ່າ: ການສະແຫວງບຸນນັ້ນ ເປັນເລື່ອງດີ ແຕ່ຄວນມີສະຕິຢູ່ໃນຂອບເຂດ, ມີປັນຍາຮູ້ແຈ້ງນຳທາງຊີວິດ, ຕາມທີ່ໄດ້ຍິນ, ໄດ້ຮູ້ມາຫຼາຍກໍລະນີ ບາງຄົນຂຶ້ນເໜືອລົງໃຕ້ເລາະເສຍເຄາະ, ເລາະໄຫວ້ບູຊາ ຫວັງໃຫ້ເກີດໂຊກລາບ, ຫວັງໃຫ້ຫາຍເຄາະເຂັນ ແລະ ພະສົງບາງອົງ ທໍາທ່າເປັນຜູ້ຮູ້ຊີ້ຊ້າຍ-ຊີ້ຂວາ, ຫຼາຍກໍລະນີ ພາເຂົາຫຼົງທິດທາງ ເພາະຄວນຈະຊີ້ແຈງຫຼັກທຳມະເປັນເຄື່ອງດຳເນີນຊີວິດ ພັດໄປຊີ້ຫາບ່ອນໄຫວ້ບູຊາຂໍພອນໃຫ້ເກີດໂຊກລາບ. ບາດກັບມາເຮືອນ ເສື້ອຜ້າ-ສິ້ນແພກອງຊະຊາຍ; ຄັນວ່າຕັ້ງຫ້ອງບູຊາ ກໍເຮັດປານຖໍ້າເສືອ, ບາງຄົນ ວາງຂັນບູຊາຫຼາຍກວ່າຂັນ 5 ຂັນແປດ ໄຫວ້ທັງພຸດທັງຜີ ໃນຫ້ອງບູຊາດຽວກັນ, ພຸດກໍຢາກໄດ້ ຜີກໍຢາກໄຫວ້ ສຸດທ້າຍຊີວິດກໍເລີຍຂາດຫຼັກ, ຜູ້ທ່ຽວສະແຫວງບຸນກາບໄຫວ້ພະຍັງບໍ່ເປັນ, ບາງຄົນບໍ່ຮູ້ຈັກຮອດພະລັດຕະນະໄຕແມ່ນຫຍັງ.
ສະເໜີແລກປ່ຽນ.