loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາບທາມລະດົມຄໍາຄິດເຫັນໃສ່ຮ່າງກົດໝາຍ 5 ສະບັບ

ມ.ສ. 24, 2024 | ເຂດ 14 ສາ​ລະ​ວັນ

ຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສ້າງໃໝ່), ຮ່າງກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ປັບປຸງ), ຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ (ປັບປຸງ) ໄດ້ນໍາເຂົ້າກອງປະຊຸມທາບທາມລະດົມຄໍາຄິດເຫັນໃສ່ເນື້ອໃນບາງໝວດບາງມາດຕາ ຢ່າງກວ້າງຂວາງ, ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ມີເນື້ອໃນທີ່ເໝາະສົມ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ທັງເປັນການສັງລວມຂໍ້ມູນການປະກອບຄໍາເຫັນ ເປັນບ່ອນອີງລາຍງານໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ກ່ອນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນເດືອນມີຖຸນາ ທີ່ຈະມາເຖິງນີ້;

ບັນດາຮ່າງກົດໝາຍເລົ່ານີ້ ລ້ວນແຕ່ມີຄວາມຈໍາເປັນທີ່ຕ້ອງສ້າງໃໝ່ ແລະ ປັບປຸງ ໃນສະພາບການເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ມີການກວດກາປະເມີນຄືນ, ຖອດຖອນບົດຮຽນເອກະພາບກັນປັບປຸງກົດໝາຍທີ່ຍັງບໍ່ທັນແທດເໝາະ ໃຫ້ດີຂື້ນກວ່າເກົ່າ; ທັງນີ້, ເພື່ອແນ່ໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ມີຜົນສັກສິດ ແລະ ເຂັ້ມງວດ ໂດຍການປະກອບສ່ວນເຂົ້າໃນການສ້າງລັດດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ;

ກອງປະຊຸມເປີດຂຶ້ນໃນຕອນເຊົ້າຂອງວັນທີ 24 ເມສາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14, ຄະນະປະຈໍາ ສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫ້ອງວາການແຂວງ, ບັນດາທ່ານຕາງໜ້າຈາກພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ ແລະ ອົງການລັດທຽບເທົ່າຂັ້ນແຂວງ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ ; ເຊິ່ງກອງປະຊຸມຈະໃຊ້ຄົ້ນຄວ້າປະກອຄໍາເຫັນ ໃຊ້ເວລາ 2 ວັນ ຈົນເຖິງວັນທີ 25 ເມສາ 2024 ຈຶ່ງຈະສຳເລັດ.

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ