loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາບທາມຄຳເຫັນຕໍ່ຮ່າງກົດໝາຍ 12 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4

ຕ.ລ. 27, 2022 | SlideMobile

            (ສພຊ) ເພື່ອລະດົມແນວຄວາມຄິດ, ຄຳເຫັນ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເພື່ອນຳມາປັບປຸງໃສ່ຮ່າງກົດໝາຍໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ ກ່ອນນຳສະເໜີກອງປະຊຸມຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ແລ້ວນຳເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX; ເພື່ອຮັບປະກັນຄວາມເຂົ້າໃຈເປັນເອກະພາບ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຕໍ່ການກຳນົດເນື້ອໃນຂອງຮ່າງກົດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ລະຫວ່າງວັນທີ 24-28 ຕຸລາ 2022 ທີ່ແຂວງຫຼວງພະບາງ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມຄຳເຫັນຕໍ່ຮ່າງກົດໝາຍ 12 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ ຈຳນວນໜຶ່ງ.
             ກອງປະຊຸມໄດ້ຮັບຟັງການສະເໜີ ໂດຍຜູ້ຕາງໜ້າຄະນະຮັບຜິດຊອບ ສ້າງ ແລະ ປັບປຸງ ກົດໝາຍ 12 ສະບັບ; ປະ ທານກອງປະຊຸມສະເໜີເຈາະຈີ້ມຕໍ່ບາງເນື້ອໃນ ເພື່ອເປັນຈຸດສຸມໃນການປະກອບຄຳເຫັນ, ຫຼັງຈາກນັ້ນ ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຄົ້ນຄວ້າ, ປະກອບຄຳເຫັນຢ່າງເປັນຂະບວນຟົດຟື້ນ, ມີຈຸດສຸມ ແລະ ຄວາມຮັບຜິດຊອບສູງ ສະແດງອອກໃນການປະກອບຄຳເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ, ມີຄຳເຫັນຕໍ່ບັນຫາອື່ນທີ່ເຫັນວ່າການກຳນົດຍັງບໍ່ທັນສອດຄ່ອງ ແລະ ບໍ່ແທດເໝາະກັບຕົວຈິງ, ບັນຫາທີ່ບໍ່ທັນຈະແຈ້ງ ກໍໄດ້ຕັ້ງຄຳຖາມ ໃຫ້ຜູ້ຮັບຜິດຊອບຊີ້ແຈງ ແລະ ອະທິບາຍເພີ່ມຕື່ມ.
             ໃນຕອນທ້າຍກອງປະຊຸມ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທັງສອງແຂວງ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນຈິດໃຈທີ່ສະແດງເຖິງຄວາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ. ພ້ອມນັ້ນ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍທີ່ໄດ້ຂຶ້ນສະເໜີເຫດຜົນ ແລະ ຄວາມຈຳເປັນຂອງການສ້າງ ຫຼື ປັບປຸງກົດໝາຍແຕ່ລະສະບັບ ແລະ ໄດ້ຊີ້ແຈງບາງຄຳເຫັນທີ່ຖືກຍົກຂຶ້ນ ຢ່າງຈະແຈ້ງ.
             ກອງປະຊຸມຄັ້ງນີ້ ນຳໃຊ້ງົບປະມານຂອງແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ CEGGA) ແລະ ມູນນິທິເອເຊຍ (ASIA FOUNDATION) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.