ທາບທາມຄະນະບໍລິຫານງານພັກ ສພຊ ຮອບທີ I

ພ.ຈ. 13, 2026

(ສພຊ) – ວັນທີ 10 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມທາບທາມຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ V ຮອບທີ I ແລະ ເຜີຍແຜ່ເອກະສານຂອງພັກ ແລະ ສະພາແຫ່ງຊາດ ໂດຍການເປັນປະ ທານຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາແຫ່ງຊາດ, ມີສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ, ບັນດາສະຫາຍໃນຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ IV ພ້ອມດ້ວຍເລຂາ, ຮອງເລຂາ ແລະ ຄະນະພັກ ຂອງບັນດາຮາກຖານພັກ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ; ນອກນັ້ນ, ຍັງມີຄະນະຕິດຕາມກອງປະຊຸມໃຫຍ່ຈາກຄະນະກວດກາສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກ.

ສະຫາຍ ສອນໄຊ ສີພັນດອນ ມີຄຳເຫັນວ່າ: ປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມຄັ້ງນີ້ ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ກໍາລັງສຸມໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍໍລິຫານງານສູນກາງພັກ ສະໄໝທີ XII; ສໍາລັບຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ ພວມຂຸ້ນຂ້ຽວກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ. ຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ IV ໄດ້ຮັບການເລືອກຕັ້ງໂດຍກອງປະຊຸມໃຫຍ່ຄະນະບໍລິຫານງານພັກສະພາແຫ່ງຊາດ ໃນວັນທີ 21 ມັງກອນ 2022, ຕະຫຼອດໄລຍະຜ່ານມາ ຄະນະບໍລິຫານງານພັກ ໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຫັນເປັນອັນລະອຽດຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເຊິ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສະພາແຫ່ງຊາດ ແລະ ສູ້ຊົນນໍາພາຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ມາຮອດປັດຈຸບັນ ກໍໄດ້ຄົບວາລະທີ່ຈະໄດ້ມີການເລືອກຕັ້ງຄະນະພັກສະພາແຫ່ງຊາດຊຸດໃໝ່ ຊຸດທີ V ໃຫ້ຖືກຕ້ອງຕາມລະບຽບການ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ມະຕິກອງປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ມະ ຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່, ມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ ແລະ ຄຳແນະນຳ 211/ຄຈສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ແລະ ຜ່ານມາດຕະຖານເງື່ອນໄຂຂອງຜູ້ສະໝັກເປັນຄະນະພັກ ສພຊ ຊຸດໃໝ່; ຈາກນັ້ນ, ຄະນະຄວບຄຸມການປ່ອນບັດໄດ້ແຈກຢາຍບັດທາບທາມ ແລະ ອະທິບາຍການຂີດບັດ, ບັນດາຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕໃນການປ່ອນບັດ.

(ນາງ ສຸພາວັນ ຫອມສະນິດ)